ກິດຈະກຳ "ງານວາງສະແດງອາຫານຢາງໂຈ່ວເສັ້ນທາງສາຍໄໝ 2016 ແລະສັບປະດາອິນເດຍ"ໄດ້ຈັດຂຶ້ນໃນວັນທີ 22 ກັນຍານີ້ຢູ່ສູນວາງສະແດງສາກົນເມືອງຢາງໂຈ່ວ ແຂວງຈ່ຽງຊູ ສປ ຈີນ, ວິສາຫະກິດ 225 ແຫ່ງຈາກ 22 ປະເທດແລະເຂດແຄວ້ນທີ່ຢູ່ລຽບຕາມເສັ້ນທາງສາຍໄໝພ້ອມດ້ວຍແຂວງແລະນະຄອນຕ່າງໆຂອງຈີນໄດ້ນຳເອົາອາຫານ 1000 ກວ່າຊະນິດເຂົ້າຮ່ວມງານວາງສະແດງດັ່ງກ່າວເຊິ່ງໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຫຼວງຫຼາຍ.