ນາຍົກຈີນ​ແລະ​ກາ​ນາ​ດາ​ພົບ​ປະກັນ
2016-09-23 10:30:00  cri 
  ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນທີ່​ພວມ​ຢ້ຽມຢາມ​ກາ​ນາ​ດາ​ໄດ້​ພົບ​ປະ​ກັບ​ທ່ານ ຈັສຕິນ ຕຣູ​ໂດ ນາຍົກລັດຖະມົນຕີການາດາຢູ່​ນະຄອນຫຼວງອົດ​ຕາ​ວາປະ​ເທດດັ່ງກ່າວ​ໃນ​ວັນ​ທີ 22 ກັນຍາ​ນີ້​, ໂດຍ​​ໄດ້ເລີ່​ມຕົ້ນກົນ​ໄກ​ພົບ​ປະ​ປະຈຳ​ປີລະຫວ່າງ​ນາຍົກລັດຖ​ະມົນຕີສອງ​ປະ​ເທດ​ຢ່າງ​ເປັນ​ທາງ​ການແລະ​ເຂົ້າຮ່ວມເປັນ​ສັກຂີ​ພິຍານ​​ໃນພິທີ​ລົງ​ນາມ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

  ໃນພິທີດັ່ງກ່າວ​ນີ້, ຜູ້ຕາງໜ້າ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນສັນຍາ​ຮ່ວມ​ມື 14 ສະບັບ​​ເປັນ​ຕົ້ນ "ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບ​ການດຳ​ເນີນ​ການ​ຮ່ວມ​ມື​ຕະຫຼາດ​ຝ່າຍ​ທີ 3 ລະຫວ່າງ​ຈີນ-ກາ​ນາ​ດາ" ​ແລະ​ອື່ນໆ​ເຊິ່ງສັນຍາ​ຮ່ວມ​ມື​ເຫຼົ່າ​ນີ້​ກວມ​ເອົາຂົງ​ເຂດ​ການ​ຄ້າ-ການ​ລົງທຶນ, ການ​ເງິນ, ການທ່ອງທ່ຽວ, ການ​ສຶກສາ, ການ​ຮ່ວມ​ມື​ຍຸຕິ​ທຳ​ແລະ​ອື່ນໆ.

  ນອກ​ນີ້, ສອງຝ່າຍ​ຍັງ​ເຫັນ​ດີ​ສ້າງ​ຕັ້ງ​ໜ່ວຍງານ​ການ​ຄ້າ​ເພື່ອ​ປຶກສາ​ຫາລື​ການ​ເງິນ​ແລະ​ເສດຖະກິດ-ການ​ຄ້າ​ທາງ​ຍຸ​ທະ​ສາດ​ທັງ​ກຳນົດ​ເປົ້າ​ໝາຍ​ທີ່​ຈຳນວນ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ​ເມື່ອ​ຮອດ​ປີ 2025.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ