ນາຍົກ​ຈີນ​​ເຂົ້າຢ້ຽມ​ຄຳນັບ​ປະທານ​ສະພາ​ຕ່ຳ​ແລະ​ສະພາ​ສູງ​ກາ​ນາ​ດາ
2016-09-23 16:53:23  cri 
    ຕອນ​ເຊົ້າວັນ​ທີ 22 ກັນຍາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ເຂົ້າຢ້ຽມ​ຄຳນັບ​ທ່ານ ​ໂກ​ຈ໌ ຟູຣີ ປະທາ​ນສະພາ​ສູງ​ຢູ່​ລັດຖະສະພາ​ທີ່​ນະຄອນ​​ໂວ​ດາ​ວາ.

    ໂອກາດ​ດັ່ງກ່າວ, ທ່ານ ຫຼີ​ເຄີ້ສຽງ ຊີ້​​ໃຫ້​ເຫັນ​ວ່າ, ສະພາ​ສູງ​​ແລະ​ສະພາ​ຕ່ຳ​ຂອງ​ກາ​ນາ​ດາ ​ເຊິ່ງ​ເປັນ​ອົງການ​ນິຕິບັນຍັດ, ທັງ​ເປັນ​ອົງການ​ຕົວ​ແທນ​ປະຊາຊົນ. ສະນັ້ນ ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນມີ​ຄວາມ​ຍິນ​ດີ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ບົດ​ຮຽນ​ດ້ານ​ນິຕິບັນຍັດ​ແລະ​ປົກຄອງ​ດ້ວຍ​ກົດໝາຍ​ກັບ​ສອງ​ສະພາ​ກາ​ນາ​ດາ, ​ເພື່ອ​ເປັນ​ການຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ​ເສີມ​ຂະຫຍາຍ​ບົດບາດ​ທີ່ີຕັ້ງໜ້າ ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ແລະ​ການ​ຮ່ວມ​ມື​, ​ເພີ່ມທະວີ​ຄວາມ​ຮູ້ຈັກ, ຄວາມ​ເຂົ້າ​ໃຈ​ແລະ​ມິດຕະພາບ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

    ທ່ານ ຟູຣີ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ຕໍ່​ການ​ຕີ​ລາຄາ​ສາຍ​ພົວພັນ​ຈີນ-​ກາ​ນາ​ດາ​ຂອງ​ທ່ານ ຫຼີ​ເຄີ້ສຽງ, ​ແລະ​ກ່າວ​ວ່າ, ອົງການ​ນິຕິບັນຍັດ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນນັ້ນ ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ. ​ທ່ານ​ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ ຫຼີ​ເຄີ້ສຽງ​ໃນ​ຄັ້ງນີ້ ຈະ​ເປັນ​ໂອກາດ​ສຳຄັນ​ໃໝ່​ໃຫ້​ແກ່​ການ​ສືບ​ຕໍ່​ລົງ​ເລິກ​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ກາ​ນາ​ດາ​ກັບ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ