ຍອດ​ຜູ້​ເສຍ​ຊີວິດ​ໃນ​​ເຫດການ​ກຳປັ່ນ​ບັນທຸກ​ຊາວ​ຍົກຍ້າຍ​ທີ່ຜິດ​ກົດໝາຍຫຼົ້ມ​ຢູ່​ເອຢິບ​ເພີ່ມ​ຂຶ້ນ​ຮອດ 162 ຄົນ
2016-09-24 17:05:35  cri 
ສື່​ມວນ​ຊົນ​ເອຢິບ​ລາຍ​ງານວ່າ: ວັນ​ທີ 21 ກັນຍາ​ນີ້​ໄດ້​ເກີດ​ອຸບັດ​ເຫດ​ກຳ​ປັ່ນ​ບັນທຸກ​ຊາວ​ຍົກຍ້າຍ​ທີ່ຜິດ​ກົດໝາຍ​ຫຼົ້ມຢູ່​ເຂດ​ທະ​ເລ​ເມ​ດີ​ເຕລາ​ເນ ທາງ​ພາກ​ເໜືອ​ເອຢິບ, ມາ​ຮອດ​ວັນ​ທີ 23 ກັນຍາ​ນີ້, ​ເຫດ​ການດັ່ງກ່າວ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 162 ຄົນ.

ຂ່າວ​ແຈ້ງວ່າ: ປັດຈຸບັນ​ໄດ້​ກູ້​ເອົາ​ສົບ​ຜູ້​ເສຍ​ຊີວິດ​ແລ້ວ 162 ຄົນ. ​ເຈົ້າ​ໜ້າ​ທີ່​ແຂວງ​ເບ​ເຮຣາ ປະ​ເທດ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ການ​ເຄື່ອນ​ໄຫວ​ກູ້​ໄພ​ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່, ຄາດ​ວ່າ​ຈຳນວນ​ຄົນ​ເສຍ​ຊີວິດ​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນອີກ, ​ໃນ​ນີ້​ສ່ວນ​ຫຼາຍ​​ແມ່ນ​ແມ່ຍິງ​ແລະ​ເດັກນ້ອຍ​ທີ່​ບໍ່​ສາມາດ​ລອດ​ຊີວິດ​ໄດ້​ໃນ​ເວລາກຳ​ປັ່ນ​ຫຼົ້ມ.

ວັນ​ທີ 21 ກັນຍາ​ນີ້, ກຳ​ປັ່ນລຳ​ໜຶ່ງ​ທີ່ບັນທຸກ​ຊາວ​ຍົກຍ້າຍທີ່​ຜິດ​ກົດໝາຍ​ປະມານ 600 ຄົນ​ໄດ້​ຫຼົ້ມຢູ່​ເຂດ​ທະ​ເລ​​ເມ​ດີ​ເຕລາ​ເນ​ ​ໃກ້​ກັບ​ເຂດຣາຮີດ​ແຂວງ​ເບ​ເຮຣາ. ມາ​ຮອດ​ປັດຈຸບັນ, ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ສາມາດ​ຊ່ວຍ​ເຫຼືອຜູ້​ລອດ​ຊີວິດ​ໄດ້​ແລ້ວ 163 ຄົນ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງການຄຸ້ມ​ຄອງ​ຊາຍ​ແດນ​ເອີຣົບ​ໄດ້​ເປີ​ດ​ເຜີຍຂໍ້​ມູນ​ສະຖິຕິສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ໄລຍະ 1 ປີຜ່ານມານີ້, ຈຳນວນ​ຜູ້​ອົບ​ພະຍົບທີ່​ອອກຈາກ​ເອຢິບ​ລັກລອບ​ຂ້າມຜ່ານ​ທະ​ເລ​​ເມ​ດີ​ເຕລາ​ເນ​ໄປ​ອີ​ຕາ​ລີ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ. ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກັນຍາ​ປີ​ນີ້​ມີ​ປະມານ 12.000 ຄົນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາ​ຍປະມານ 5000 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ