ຈີນກັບ​ຟິລິບ​ປິນ ກຳລັງ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້ຊິດ​ກ່ຽວ​ກັບ​ການ​ ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ໂຣ​ດຣິ​ໂກ ດູ​ເຕີ​ເຕ
2016-09-24 17:35:19  cri 
ວັນ​ທີ 23 ກັນຍາ​ນີ້, ທ່ານ​ລູ້ຄ່າງ, ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຈີນ​ກ່າວວ່າ, ຈີນກັບ​ຟິລິບ​ປິນ ກຳລັງ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້ຊິດ​ກ່ຽວ​ກັບ​ການ​​ຢ້ຽມຢາມ​ຈີນຂອງ​ທ່ານ​ໂຣ​ດຣິ​ໂກ ດູ​​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ, ​ແລະ​ຄອງ​ຄອຍ​ທ່ານ​ຈະສາມາດຢ້ຽມຢາມຈີນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

​ທ່ານ​ລູ້​ຄ່າງ​ແມ່ນ​ໃຫ້​ທັດສະ​ນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນມື້ດຽວກັນ. ຕາມຂ່າວ​ຈາກ​ຝ່າຍ​ຟິລິບ​ປິນ, ທ່ານດູ​​ເຕີ​ເຕອາດ​ຈະ​ຢ້ຽມຢາມຈີນ​ໃນກາງ​ເດືອນ​ຕຸລາ​ທີ່​ຈະ​ມາ​​ເຖິງ​ນີ້.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ບໍ່​ວ່າ​ລະຫວ່າງ​ສອງ​ປະ​ເທດ​ໃດ, ກໍ່​ອາດ​ຈະ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຕ່າງໆ, ທະ​ແນມ​ແຕ່ຈີນ​ກັບ​ຟິລິບ​ປິນມີ​ເຈດ​ຈຳນົງ​ການ​ເມືອງ​ທີ່​ຢາກ​ແກ້​ໄຂ​ບັນຫາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ຈະສາມາດ​ຜ່ານ​ອຸປະສັກ​ຕ່າງໆ​ໄດ້.

​ໂດຍ​ແນ​ໃສ່​ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ຍີ່ປຸ່ນ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິ​ບປິນ​ເຄີຍ​ສະ​ເໜີ​ໃຫ້​ທ່ານປະ​ທາ​ນາ​ທິບໍດີ ດູ​ເຕີ​ເຕ ​ຢ້ຽມຢາມ​ຈີນ​ກ່ອນ​ແລ້ວ​ຈຶ່ງ​ໄປ​ຢ້ຽມຢາມ​ຍີ່ປຸ່ນ, ທ່ານ​ລູ້ຄ່າງ​ກ່າວ​ວ່າ, ຟິລິບປິນ​ແມ່ນ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ, ​ແນ່ນ​ອນ​ແລ້ວ​ວ່າຈະ​ຕັດ​ສິນ​ວາລະວຽກ​ງານ​ດ້ານ​ການ​ຕ່າງປະ​ເທດ​ຂອງ​ຕົນ​​ໂດຍ​ອີງ​ຕາມ​ການ​ວິ​ເຄາະ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ, ການ​ໄປມາຫາສູ່​ກັນ​ຂັ້ນ​ສູງ​ລະຫວາງ​ທຸກ​ສອງ​ປະ​ເທດ, ກໍ່​ຕ້ອງ​ໃຫ້​ສອງ​ຝ່າຍ​ຕົກລົງ​ຮ່ວມ​ກັນ, ນີ້​ກໍ່​​ແມ່ນຮີດ​ສາກົນ​ດ້ານ​ການ​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ