ອາ​ເມ​ລິ​ກາຈັບ​ມືໂຫດທີ່ກໍ່ເທດ​ຢູ່ສູນ​ການ​ຄ້າ​ລັດ​ວໍ​ຊິ​ງຕັນໄດ້ເລ້ວ
2016-09-25 15:32:57  cri 

ຕອນ​ຄ່ຳ​ວັນ​ທີ 24 ກັນຍາ​ນີ້, ຜູ້ຕ້ອງ​ຫາໃນຄະດີ​ຍິງ​ປືນ​ຢູ່​ສູນ​ການ​ຄ້າ​ລັດ​ວໍຊິງ​ຕັນທາງພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ອາ​ເມ​ລິ​ກາ​ຖືກ​ຈັບ.

​ໂທ​ລະ​ພາບແຫຼ່ງໜຶ່ງ​ຂອງ​ເມືອງ​ຊີ​ອາ​ໂທ​ຂອງ​ລັດ​ວໍຊິງ​ຕັນ​ລາຍ​ງານ​ວ່າ, ມືປືນປີນີ້​ອາຍຸ 20 ປີ, ສ່ວນສາເຫດການຍິງຂອງມືປືນຜູ້ນີ້ພວມຢູ່ໃນໄລຍະການສືບສວນສອບສວນ.

ຫົວ​ຄ່ຳວັນ​ທີ 23 ກັນຍາ​ນີ້, ສູນ​ການ​ຄ້າ​ກັສກັດ​ຂອງ​ເບີ​ລິງຕັນໄດ້​ເກີດ​ເຫດການກວາດຍິງຢ່າງອຸກອາດ, ສົ່ງຜົນເຮັດໃຫ້ມີຜູ່ເສຍຊີວິດຄາທີ່ 4 ຄົນແລະໜຶ່ງຄົນເບາດເຈັບ. ຜູ້ເສຍຊີວິດທັງ 4 ເປັນເພດຍິງ, ຂະນະທີ່ຜູ້ບາດເຈັບທີ່ເປັນຜູ້ຊາຍໄດ້ເສຍຊີວິດໃນຕອນ​ເຊົ້າ​ວັນ​ທີ 24 ກັນຍາ​ນີ້ ຫຼັງແພດບໍ່ສາມາດຊ່ວຍຊີວິດໄວ້ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ