ສະພາຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ອີກກ່ຽວ​ກັບ​ສະຖານະ​ການ​ຊີຣີ
2016-09-26 16:06:04  cri 

ຕອນ​ເຊົ້າ​ວັນ​ທີ 25 ກັນຍາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ, ​ເພື່ອ​ປຶກສາ​ຫາລື​ບັນຫາ​ການ​ສູ້​ຮົບ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ອາ​ເລັບ​ໂປ​ເຊິ່ງ​ເປັນ​ເມືອງ​ສຳຄັນ​ຢູ່ພາກ​​ເໜືອ​ຂອງ​ຊີຣີຫຼັງ​ຮຸນ​​ແຮງ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້.

ກອງ​ປະຊຸມ​ສຸກ​ເສີນ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ກັນຍາ​ນີ້, ​​ໂດຍທ່ານ​ສະ​ຕາ​ຟານ ​ເດີ ມິ​ສຕູຣາ ທູ​ດພິ​ເສດ​ກ່ຽວ​ກັບ​ບັນຫາ​ຊີຣີຂອງ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​​ແຈ້ງ​ສະພາບ​ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເລັບໂປ​ຮຸນ​​ແຮງຂຶ້ນ, ​ແລະ​ເຫັນ​ວ່າການ​ປະ​ທະ​ກັນທີ່​ຮຸນ​​ແຮງ​ນັ້ນຂຶ້ນ​ຈະສົ່ງຜົນ​ກະທົບ​ທາງ​ລົບ​ຕໍ່​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ຂອງ​ອົງກາ​ນສະຫະ​ປະຊາ​ຊາດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ.

​ແນວ​ໃດ​ກໍ​ດີ, ​ໃນວັນ​ທີ 24 ກັນຍາ​ນີ້, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ຜ່ານ​ໂຄສົກ​ຂອງ​ຕົນ​ວ່າ, ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເລັບ​ໂປ​ຢ່າງ​ຮຸນ​ແຮງ. ຫຼັງການ​ຢຸດ​ຍິງ​ກັນ​ທີ່ດຳ​ເນີນມາ​ເປັນ​ເວລາ 7 ວັນ​ທີ່​ກອງທັບ​ລັດຖະບານ​ຊີຣີປະກາດ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ, ​ໃນ​ວັນ​ທີ 19 ​ເດືອນກັນຍາປັດຈຸບັນ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ຍັງ​ບໍ່​ສາມາດ​​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​​ແກ່ຍາວ​ເວລາ​ຢຸດ​ຍິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ