ມູນ​ຄ່າ​ການ​ຄ້າຫວຽດນາມ​-ລາວຫຼຸດ​ລົງ
2016-09-28 11:17:38  cri 
ຂ່າວສານ​ປະ​ເທດ​ລາວ​ລາຍ​ງານ​ໃນ​ວັນ​ທີ 27 ກັນຍາ​ນີ້​ວ່າ: ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ລາວ-ຫວຽດນາມ​ໄດ້​ຫຼຸດ​ລົງ 34,8% ​ໃນ​ໄລຍະ 6 ​ເດືອນ​ທີ່​ຜ່ານ​ມາ.

ພາຍຫຼັງ​ລັດຖະບານ​ລາວ​ຢຸ​ດ​ເຊົາ​ໂຄງການພັດທະນາ​ບໍ່​ແຮ່​ຈຳນວນ​ໜຶ່ງ​ແລະ​ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ແລະ​ໄມ້​ປຸງ​ແຕ່ງ​ສຳ​ເລັດ​ຮູບ​ແລ້ວ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ລາວ-ຫວຽດນາມ​ໄດ້ຫຼຸດ​ລົງ​ຢ່າງ​ຫຼວງຫຼາຍ​ໂດຍໃນ​ໄລຍະ 6 ​ເດືອນ​ທີ່​ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ບັນລຸພຽງ 427 ລ້ານ​ໂດ​ລາ​ສະຫະລັດ​ເທົ່າ​ນັ້ນ ​​ເຊິ່ງ​ຫຼຸດ​ລົງ​ເກືອບ​ເຄິ່ງ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ຂະນະ​ທີ່​ມູນ​ຄ່າ​ການ​ຄ້າຂອງ​ລາວ​ໃນ​ປີ 2015 ຜ່ານ​ມາກໍ​ບັນລຸ​ພຽງ​ແຕ່ 1 ຕື້ 100 ລ້ານ​ໂດ​ລາ​ສະຫະລັດ ​ຫຼຸດ​ລົງ 12,6% ​ເມື່ອ​ທຽບ​ໃສ່​ປີ 2014.

ຂ່າວ​ແຈ້ງວ່າ: ລັດຖະບານ​ລາວ​ແລະ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ​ການ​ຫຼຸດ​ລົງ​ຂອງ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​​ໂດຍ​ໃນ​ວັນ​ທີ 23 ກັນຍາ​ນີ້​ຢູ່​ແຂວງ​ອັດ​ຕະປື, ທ່ານ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ລາວ​ແລະ​ທ່ານ​ເຈິ​ນຈຸ​ງ​ແອ​ງ  ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​​ແລະ​ການ​ຄ້າ​ຫວຽດນາມ​ໄດ້​​ເປັນ​ປະທານກອງ​ປະຊຸມ​ສົ່ງ​ເສີມ​ແລະຮ່ວມ​ມື​ດ້ານ​ການ​ຄ້າ​ຊາຍ​ແດນ​ລາວ-ຫວຽດນາມ​ເທື່ອ​ທີ 10 ​ ​ໂດຍ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢືນຢັນ​ວ່າ​ຈະ​ຮ່ວມ​ມື​ກັນ​ໃຫ້ມີ​ປະສິດທິ​ຜົນກ​ວ່າ​ເກົ່າ,ດ້ວຍ​ການສູ້​ຊົນ​ສົ່ງ​ເສີມ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີນີ້ໃຫ້​ຂະຫຍາຍຕົວ 20%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ