ຈີນ​ເຜີຍ​ແຜ່ "​ແຜນການ​ເຄື່ອນ​ໄຫວ​ສິດທິ​ມະນຸດ​ປີ 2016-2020"
2016-09-29 17:09:59  cri 
  ວັນ​ທີ 29 ກັນຍາ​ນີ້, ຈີນ​ໄດ້​ເຜີຍ​ແຜ່ "​ແຜນການ​ເຄື່ອນ​ໄຫວ​ສິດທິ​ມະນຸດ​​ແຕ່ປີ 2016-2020"​ ເຊິ່ງຮຽບຮຽງ​ໂດຍ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​​​ແລະ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໂດຍ​ໄດ້​ກຳນົດ​ເປົ້າໝາຍ​ແລະ​ໜ້າ​ທີ່ວຽກ​ງານ​ໃນ​ການ​ເຄົາລົບ, ປົກ​ປ້ອງ​ແລະ​ຊຸກຍູ້​ສິດ​ທິມະນຸດ​ແຕ່​ປີ 2016-2020.

  ແຜນການ​ເຄື່ອນ​ໄຫວ​ລະບຸ​ວ່າ: ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ສິດ​ທິ​ມະນຸດ 2 ​ໄລຍະໂດຍ​ໄດ້​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ທິມະນຸດດ້ານ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງສົ່ງ​ຜົນ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ລະດັບ​ແລະ​ຄຸນ​ນະພາ​ບສູງ​ຂຶ້ນຕື່ມ​ອີກ​ແລະ​ທົ່ວ​ສັງຄົມ​ມີ​ຈິດສຳນຶກ​ເຄົາລົບ​ແລະ​ປົກ​ປ້ອງ​ສິດທິ​ມະນຸດ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

  ​ແຜນການ​ເຄື່ອນ​ໄຫວ​ຍັງ​ລະບຸ​ວ່າ: ​ປີ 2016-2020 ​ເປັນ​ໄລຍະ​ສຳຄັນ​​ໃນ​ການສຳ​ເລັດ​ການ​ສ້າງ​ສັງຄົມ​ອີ່ມ​ໝຳສຳລານ​ຢ່າງຮອບດ້ານ​. ຂະນະ​ດຽວກັນ​ກໍ​ເປັນ​ໄລຍະ​ສຳຄັນ​ໃນ​ການ​ບັນລຸ​ການ​ສົ່ງ​ເສີມ​ພາລະກິດ​ສິດທິ​ມະນຸດ​ຂອງ​ຈີນຢ່າງຕໍ່​ເນື່ອງ​ໝັ້ນ​ທ່ຽງ​ແລະ​ເປັນ​ລະບຽບ. ຈາກ​ຄວາມ​ຕ້ອງການ​ໃໝ່​ການສຳ​ເລັດ​ການສ້າງ​ສັງຄົມອີ່ມ​ໝຳສຳລານ​ຢ່າງຮອບດ້ານ​ຈຶ່ງ​​ວາງ​ເປົ້າ​ໝາຍ​​​ຄື: ປົກ​ປ້ອງ​ສິດທາ​ງ​ເສດຖະກິດ, ສັງຄົມ​ແລະ​ວັດທະນະທຳ​ຢ່າງຮອບດ້ານ; ປົກ​ປ້ອງ​ສິດ​ຂອງ​ປະຊາຊົນ​ແລະ​ສິດ​ການ​ເມືອງຕາມ​ກົດໝາຍ; ຮັບປະກັນການປົກ​ປ້ອງ​ສິດຂອງກຸ່ມຄົນສະ​ເພາະຕ່າງໆ; ລົງ​ເລິກດຳ​ເນີນ​ການ​ສຶກສາ​ສິດທິ​ມະນຸດ​ແລະ​ເຂົ້າ​ຮ່ວມວຽກ​ງານ​ສິດທິ​ມະນຸດ​​ໃນສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ