ທະນາຄານ​ໂລກ​ຮຽກຮ້ອງ​ຊຸກຍູ້​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ເພື່ອ​ລົບ​ລ້າງ​ຄວາມທຸກ​ຍາກ​ເຕັມທີ
2016-10-04 17:02:47  cri 
ວັນ​ທີ 3 ຕຸລາ​ນີ້, ທ່ານ​ກິມຢົງ ຜູ້​ອຳນວຍການໃຫຍ່​ທະນາຄານ​ໂລກ​ຮຽກຮ້ອງ​ວ່າ​ທົ່ວ​ໂລກ​ຄວນ​ສົ່ງ​ເສີມ​ການ​ຄ້າ,​ເພີ່ມການ​ລົງທຶນ​ໃນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ແລະຊັບພະຍາກອນ​ມະນຸດ​ເພື່ອ​ຊຸກຍູ້​ເສດຖະກິດ​ໂລກ​ໃຫ້​ເຕີບ​ໂຕ​ຢ່າງ​​​ແຂງແຮງ ​ແລະ ​ບັນລຸ​ເປົ້າ​ໝາຍ​ລົບ​ລ້າງ​ຄວາມທຸກ​ຍາກ​ເຕັມທີເມື່ອຮອດ​ 2030.

ວັນ​ດັ່ງກ່າວ,ຢູ່​ສະ​ຖາ​ບັນ​ບຣູຄິງສ ສະຫະລັດ​ອາ​ເມ​ລິ​ກາ, ທ່ານ​ກິມຢົງ​ໄດ້​ກ່າວ​ປາຖະກະຖາ​ໃນ​ພິທີ​ເປີດກອງ​ປະຊຸມ​ປະຈຳ​ປີ​ລະດູ​ໃບ​ໄມ້​ຫຼົ່ນ​ຂອງ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼືIMF​ແລະ​ທະນາຄານ​ໂລກ​ວ່າ: ​ເສດຖະກິດ​ໂລກ​ກຳລັງ​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງຫຼວງຫຼາຍ, ​ເສດຖະກິດ​ຍັງ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ ​ເຊິ່ງ​ໄດ້​ນຳມາສິ່ງ​ທ້າ​ທາຍ​ຢ່າງມະຫາສານ​ຕໍ່ການ​ລົບ​ລ້າງ​ຄວາມທຸກ​ຍາກເຕັມທີ​ແລະ​ການ​ສົ່ງ​ເສີມ​ການ​ພັດທະນາ​ຢ່າງ​ຍຸດຕິ​ທຳ.

ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ທະນາຄານ​ໂລກ​ເປີດ​ເຜີຍ​​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດຈຸບັນ, ທົ່ວ​ໂລກ​ມີ​ປະຊາກອນ​ທຸກ​ຍາກ​ເຕັມທີ​ເຄິ່ງໜຶ່ງ​ດຳລົງ​ຊີວິດ​ຢູ່​ ​ພາກ​ໃຕ້​ຂອງ​ຊາ​ຮາ​ລາທະວີບອາຟຣິກາ​ເຊິ່ງ​ເປັນ​​ເຂດ​ແຄວ້ນ​ທີ່​ສິ່ງ​ແວດ​ລ້ອມ​ບໍ່​ດີ ​ແລະ​ເກີດ​ການ​ປະ​ທະ​ກັນ​ເລື້ອຍໆ ​ແລະ​ເຂດ​ແຄວ້ນ​ເຫຼົ່າ​ນີ້​ກຳລັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວຂາດ​ໃນ​ດ້ານ​ການ​ເຕີບ​ໂຕ​ແລະ​ການ​ລົບ​ລ້າງ​ຄວາມທຸກ​ຍາກ.

ທ່ານ​ກິມຢັງຢືນຢັນ​ວ່າ: ບົດຮຽນ​ຂອງ​ຈີນ​ແລະປະ​ເທດອື່ນໆ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ສ້າງ​ເສດຖະກິດ​ແບບ​ເປີ​ດປະຕູ​ແລະ​ຊຸກຍູ້ການ​ພັດທະນາ​ ​ການ​ຄ້າ​ບໍ່​ພຽງ​ແຕ່​ຈະ​ຊຸກຍູ້​ເສດຖະກິດ​ໃຫ້​ເຕີບ​ໂຕ​ເທົ່າ​ນັ້ນແຕ່​ຍັງ​ສາມາດ​ຊ່ວຍ​ປະຊາກອນ​ຈຳນວນ​ຫຼວງ​ຫຼາຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມທຸກ​ຍາກ​ອີ​ກດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ