ເປີດ​ກິດຈະກຳ​ສື່​ຈີນ-ຣັດ​ເຊຍ​ເກັບ​ກຳຂ່າວ "​ເສັ້ນທາງ​ສາຍ​ໄໝຢູ່ປັກ​ກິ່ງ
2016-10-11 16:51:58  cri 
ພິທີ​ເປີດ​ກິດຈະກຳ​ສື່​ຈີນ-ຣັດ​ເຊຍ​​ເກັບ​ກຳ​ຂ່າວ "​ເສັ້ນທາງ​ສາຍ​ໄໝ"ຢູ່​ຈີນ​ໂດຍ​ກົມ​ຖະ​ແຫຼ​ງຂ່າວ,​ພິມ​ຈຳໜ່າຍ​,ວິທະຍຸ,​ໂທລະພາບ​ແລະ​ຮູບ​ເງົາ​​ແຫ່ງ​ຊາດ​ຈີນ​ເປັນ​ເຈົ້າພາບ​ແລະ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI ​ແລະRossiya Segodnya ຣັດ​ເຊຍ​ຮ່ວມ​ກັນ​ປະຕິບັດນັ້ນ​ໄດ້​ຈັດ​ຂຶ້ນຢູ່​ສະຖານທູດຣັດ​ເຊຍ​ປະຈຳ​ຈີນ​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 11 ຕຸລາ​ນີ້.

​ທ່ານ​ຫວາງ​ເກິ່ງ​ນຽນ ຜູ້ອຳນວຍການ​ໃຫຍ່ CRI ຢືນຢັນ​​ວ່າ ກິດຈະກຳສື່​ຈີນ-ຣັດ​ເຊຍ​ເກັບ​ກຳຂ່າວ "​ເສັ້ນທາງ​ສາຍ​ໄໝ"​ຢູ່​ຈີນ​ເປັນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ສອງ​ຝ່າຍ​​ເຊິ່ງ​ເປັນອີກ​ໂຄງການ​ໃຫຍ່​ທີ່ CRI ວາງ​ແຜນ​ແລະ​ຈັດ​ຕັ້ງ​ປະຕິບັດ​ພາຍ​ໃນ ​ຂອບ "ປີ​​ແລກປ່ຽນຈີນ-ຣັດ​ເຊຍ" ​ໂດຍ​ຈະ​ແນະນຳ​ໃຫ້​ຜູ້​ຟັງ,ຜູ້​ອ່ານ,ຜູ້​ຊົມ​ຂອງ​ສອງ​ປະ​ເທດ​ໄດ້​ຮູ້​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ,ປະຫວັດສາດ​,ວັດທະນະ​ທຳ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ປະຊາຊົນ​ຢູ່ຕົວ​ເມືອງ​ສຳຄັນ​ລຽບ​ຕາມ​​ແລວທາງ​ເສດຖະກິດ​ເສັ້ນ​ທາງ​ສາຍ​ໄໝ ທັງ​ຈະລາ​ຍງານ​​ຫຼາຍແງ່​ມຸມ​ກ່ຽວ​ກັບ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເຊື່ອມ​ຕໍ່​ກັບ​ການ​ກໍ່ສ້າງ​ສະຫະພັນ​​ເສດຖະກິດ​ເອີຣົບອາຊີຢ່າງຮອບດ້ານ.

​ໃນ​ພິທີ​ດັ່ງກ່າວ, ທ່ານ​ແອນ​ດຣີ ​ເດ​ນີ​ໂຊ​ຟ ​ເອກ​ອັກຄະ​ລັດຖະທູດ​ຣັດ​ເຊຍ​ປະຈຳ​ຈີນ​ແລະ​ທ່ານ​ຫວາງ​ເກິ່ງ​ນຽນ ຜູ້ອຳນວຍການ​ໃຫຍ່ CRI ຍັງ​ໄດ້​ມອບ​ລາງວັນ​ຜົນງານ​ດີ​ເດັ່ນເພື່ອ​ມິດຕະພາບ​ຈີນ-ຣັດ​ເຊຍ​ໃຫ້​ທ່ານ​ນາງ​ຟ້າ​ນປິ່ງ​ປິ່ງ ພະນັກງານປະຈຳພະ​ແນ​ກພາສາຣັດ​ເຊຍ​ຂອງ CRI ເພື່ອ​ຍ້ອງຍໍຊົມ​ເຊີຍ​ຕໍ່​ການ​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ຂອງ​ທ່ານ​​ໃນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ແລະ​ປະຊາຊົນ​ຈີນ-ຣັດ​ເຊຍຕະຫຼອດ​ໄລຍະ​ເກືອບ 40 ປີຜ່ານມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ