ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຊ່ຽງ​ຊ່ານ​ໄຂຂຶ້ນຢູ່​ປັກ​ກິ່ງ
2016-10-11 15:47:08  cri 
ວັນ​ທີ 10 ຕຸລາ​ນີ້, ​ກອງ​ປະຊຸມເວທີ​ປຶກສາ​ຫາລືຊ່ຽງ​ຊ່ານ​​ໄດ້ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ ສປ ຈີນ, ​​ໂດຍເຈົ້າ​ໜ້າ​ທີ່, ນັກວິຊາການ 400 ກວ່າ​ທ່ານຈາກ 59 ປະ​ເທດ​ແລະ 6 ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າຮ່ວມ​​ເພື່ອຄົ້ນຄວ້າ​ປຶກສາ​ຫາລື​ບັນຫາ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາຊີ​ປາຊິ​ຟິກ. ​​ແລະ​ເນັ້ນຫົວ​ຂໍ້​ຕົ້ນຕໍ​ຄື: "​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ສົນທະນາ​ດ້ານ​ຄວາມ​ໝັ້ນຄົງ, ສ້າງສາ​ຍພົວພັນ​ສາກົນ​ແບບ​ໃໝ່".

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​​ໄດ້​ເນັ້ນ 4 ຫົວ​ຂໍ້​, ​ເຊັ່ນ"ການຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ໃໝ່​ດ້ານ​ຄວາມ​ໝັ້ນຄົງ​ຢູ່​ອາຊີ​ປາຊີ​ຟິກ" "ບົດບາດ​ຂອງ​ກອງທັບ​ໃນ​ການ​ປັບປຸງ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ" "ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ" ​ແລະ​ການ "ຮັບ​ມື​ກັບ​​ໄພ​ຂົ່ມຂູ່​ຈາ​ກລັດທິ​ກໍ່​ການຮ້າຍ​ສາກົນ"

​ແນວ​ໃດ​ກໍ​ດີ​ເມື່ອທຽບ​ໃສ່​ກອງ​ປະຊຸມ​​ເວທີ​ປຶກສາ​ຫາລື​ຄັ້ງ​ທີ່ຜ່ານ​ມາ, ​ກອງ​ປະຊຸມ​ເທື່ອ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ເກົ່າ, ​​ເຊິ່ງນອກຈາກ​ມີ​ປະ​ເທດ​ໃນ​ອາຊີ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ແລ້ວ, ຍັງ​ມີ​ປະ​ເທດ​​ໃນເອີ​ລົບ, ອາ​ຟຣິກາ​ແລະ​ປະ​ເທດ​ຈາກ​ມະຫາ​ສະໝຸດ​ປາຊິ​ຟິກ​ໃຕ້ກໍ​ໄດ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ