ຈະ​ແຕ່ງ​ຕັ້ງ​​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄົນ​ໃໝ່​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13 ຕຸລາ​ນີ້
2016-10-12 16:26:45  cri 
ວັນ​ທີ 11 ຕຸລາ​ນີ້, ທ່ານປິເຕີ ທອມ​ເຊິ​ນ ​, ປະທານ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 71 ​ໄດ້​​ແຈ້ງ​ບັນ​ດາ​ປະ​ເທດ​ສະມາຊິກ​ວ່າ, ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ 13 ຕຸລາ​ນີ້, ​​ເພື່ອແຕ່ງ​ຕັ້ງທ່ານອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ຜູ້​ໄດ້​ຮັບ​ການສະ​ເໜີ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ເປັນ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຄົນ​ໃໝ່​ຢ່າງ​ເປັນ​ທາງ​ການ.

ທ່ານ​ທອມ​ເຊິ​ນກ່າວ​​​ວ່າ, ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ເປີດ​ເຜີຍ​ໃນ​ເວລາ 10 ​ໂມງ​ວັນ​ທີ 13 ຕຸລາ​ນີ້, ​ເພື່ອ​ເປັນ​ເອກະ​ພາບ​ກັນ​ໃນ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດ​ໜ້າ​.

ທ່ານບັນ​ກິ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ໝົດ​ວາລະ​ຕຳ​ແໜ່​ງ​ໃນ​ວັນ​ທີ 31 ທັນ​ວາ​ປີ​ນີ້. ຂະນະ​ທີ່ວັນ​ທີ 6 ຕຸລາ​ນີ້, 15 ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ໄດ້​ເຫັນ​ດີ​ສະ​ເໜີ​ທ່ານອັນ​ໂຕ​ນີ​ໂອ ​ກູ​ເທີ​ເຣສ໌ ​ຕໍ່​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 71, ​ເປັນ​ເລຂາທິການ​ໃຫຍ່​ອົງການ​ສະຫະປະຊາ​ຊາດ​ຊຸດ​ໜ້າ​ແທນ​ທ່ານ​ບັນ​ກິ​ມູນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ