ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ປະທານາທິບໍດີ​ບັງ​ກະລາ​ເດັດ
2016-10-15 14:36:14  cri 
ວັນ​ທີ 14 ຕຸລາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອັບ​ດຸ​ລາ ຮາ​ມີດ, ປະທາ​ນາ​ທິບໍດີ​ບັງ​ກະລາ​ເດັດຢູ່​ນະຄອນຫຼວງ​ດາ​ກາ​ປະ​ເທດ​ບັງ​ກະລາ​ເດັດ.

ທ່ານ​ສີ​ຈິ້ນ​ຜີ​ງຊີ້​​ໃຫ້​ເຫັນວ່າ, ບັງ​ກະລາ​ເດັດ​ແມ່ນ​ປະ​ເທດ​ສຳຄັນ​ຂອງ​ອາຊີ​​ໃຕ້​ແລະ​ເຂດ​ມະຫາ​ສະໝຸດ​ອິນ​ເດຍ, ກໍ​ແມ່ນ​ປະ​ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ໃນ​ໂລກ. ພາຍຫຼັງ​ສອງ​ປະ​ເທດ​ສ້າງສາຍພົວພັນທາງ​ການ​ທູດ​ເປັນ​ເວລາ 41 ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ຈີນ​ກັບ​ບັງ​ກະລາ​ເດັດ​​ໄດ້ຂະຫຍາຍຕົວ​ເປັນ​ຢ່າງ​ດີ​ບົນ​ພື້ນຖານຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ສ້າງຜົນ​ປະ​ໂຫຍ​ດຢ່າງ​​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ປັບປຸງ​ກົນ​ໄກ​ຮ່ວມ​ມື​ໃຈ​ຂົງ​ເຂ​ດຕ່າງໆ​ໃຫ້​ສົມບູນ​ຂຶ້ນ, ຕັ້ງໜ້າ​ປະຕິບັດ​ໂຄງການ​ຮ່ວມ​ມື​ໃຫຍ່​ໃນ​ຂົງ​ເຂດ​ສຳຄັນ, ຮ່ວມ​ກັນ​ຊຸກຍູ້​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ສ້າງ​ຄວາ​ມຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ, ​ແລະປະກອບສ່ວນ​ເຂົ້າການ​ເຊື່ອມ​ຈອດ​ກັນ​, ​ການ​ພັດທະນາ​​ແລະຄວາມ​ຈະ​ເລີ​ນຮຸ່ນ​ເຮືອງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານ​ຮາມີດ​ ກ່າວ​ວ່າ, ການ​ຢ້ຽມຢາມ​ເທື່ອນີ້​ຂອງ​ປະ​ທານ​ສີ​ຈິ້ນ​ຜີ​ງ​ໄດ້​ຍົກ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ໃໝ່, ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປະ​ເທດ​ທຳ​ອິດ​ຂອງ​ບັງ​ກະລາ​ເດັດ. ສອງ​ຝ່າຍ​ມີ​ກຳລັງ​ບົ່ມ​ຊ້ອນຢ່າງ​ໃຫຍ່​ຫຼວງ​​ໃນການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ການ​ຄ້າ, ການ​ລົງທຶນ, ກະສິກຳ, ພະລັງງານ​ແລະ​ກາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ເປັນ​ຕົ້ນ. ບັງ​ກະລາ​ເດັດ​ຍິນ​ດີ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ກັບ​ຈີນ​ໃນ​ບັນຫາ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ສອງ​ຝ່າຍ, ຍິນ​ດີກາ​ຍ​ເປັນ​ຄູ່​ຮ່ວມ​ມື​ພັດທະນາ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ຂອງ​ຈີນ, ​ແລະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສຳຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ