ຈີນ​​ແລະ​ຟິລິບ​ປິນຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ການ​ຄ້າ
2016-10-18 20:13:19  cri 

​ໃນ​ພິທີ​ຖະ​ແຫຼງຂ່າວຂອງ​ກະຊວງ​ການ​ຄ້າທີ່ຈັດ​ຂຶ້ນ​ໃນ​ວັນ​ທີ 18 ຕຸລາ​ນີ້, ທ່ານ​ເສີນ​ຕ່າ​ນຢາງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ຈີນ​ແລະ​ຟິລິບ​ປິນຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ການ​ຄ້າ ລວມທັງ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບຊ່ອງ​ທາງ​ເປີດ​ກວ້າງ​ການ​ຄ້າ​ສອງ​ຝ່າຍ​, ສົ່ງ​ເສີມແລະ​ຊີ້​ນຳວິ​ສາ​ຫະກິດ​ໃນ​ການ​ເປີດ​ກວ້າງ​ການ​ລົງທຶນ​ຢູ່​ຟິລິບ​ປິນ ​ແລະ​ອື່ນໆ ​ເຊິ່ງ​ເນື້ອ​ໃນ​ເຫຼົ່ານີ້​ລ້ວນ​ແຕ່​ຕິດ​ແທດ​ຕົວ​ຈິງ ​ເປັນຕົ້ນ​ແມ່ນ​ເປີດ​ກວ້າງ​ການ​ນຳ​ເຂົ້າໝາກ​ໄມ້​​​ເຂດ​ຮ້ອນຈາກຟິລິບ​ປິນ.

ທ່ານ​ເສີນ​ຕ່າ​ນຢາງ ກ່າວ​ຕື່ມ​ວ່າ: ຈີນ​ຫວັງ​ວ່າ ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ​ເດີນທາງ​ຢ້ຽມຢາມ​ຈີນ​ເທື່ອ​ນີ້ ຈະ​ເປັນ​ການ​ປັບປຸງ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ​​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ທັງ​​ເສີມຂະຫຍາຍ​ກວ້າງ​ອອກຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງຈີນ-​ຟິລິບ​ປິນ​ໄດ້​ພັດທະນາ​ຢ່າງ​ແໜ້ນ​ແຟ້ນ ​ໂດຍທາງ​ການຈີນ​ເປີດ​ເຜີຍ​ວ່າ: ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກັນຍາ​ປີ​ນີ້ ​ໄດ້​ເພີ່ມ​ຂຶ້ນ 10,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ​ແລະ​ດີກ​ວ່າ​ສະພາບການ​ຄ້າ​ກັບ​ຕ່າງປະ​ເທດ​​ໂດຍ​ລວມຂອງ​ຈີນ​ໃນ​ໄລຍະ​ດຽວ​ກັນ ທັງ​ດີກ​ວ່າ​ສະພາບ​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງ​ຈີນ-ອາ​ຊຽນ​ເຊັ່ນ​ກັນ. ​ໃນ​ນັ້ນ, ຈີນ​ສົ່ງ​ອອກ​​ໄປ​ຟິລິບ​ປິນ​ເພີ່ມ​ຂຶ້ນ 22,9% ​​ແລະ​ນຳ​ເຂົ້າຫຼຸດລົງ 5,9% ເມື່ອ​ທຽບ​ໃ​ສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ