ປະທານາທິບໍດີ​ຟີ​ລິບ​ປິນ​ເລີ່​ມຢ້ຽມຢາມ​ຈີນ​​ເປັນຄັ້ງ​ປະຫວັດ​ສາດ
2016-10-19 11:06:54  cri 
ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ເດີນທາງເຖິງ​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ໃນ​ຄືນ​ວັນທີ 18 ຕຸລາ​ນີ້ ​ເຊິ່ງ​ເປັນ​ການ​ເລີ່​ມຕົ້ນ ​ຢ້ຽມຢາມ​ທາງ​ລັດຖະກິດ​ຈີນ​ເປັນ​ເວລາ 4 ວັນ.

ຈີນ​ເປັນ​ປະ​ເທດນອກ​ອາ​ຊຽນປະ​ເທດ​ທຳ​ອິດ​ທີ່ທ່ານ​ດູ​ເຕີ​ເຕ​ຢ້ຽມຢາມ​ໂດຍ​ໃນວັນ​ທີ 18 ຕຸລາ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ: ນີ້​​ແມ່ນການ​ຢ້ຽມຢາມ​ຄັ້ງ​ປະຫວັດ​ສາດ ​ເຊິ່ງຈະ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່​ຂອງ​ສາຍ​ພົວພັນ​ຈີນ-ຟີ​ລິບ​ປິນ ​ແລະ​ເຊື່ອ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ​ດູ​ເຕີ​ເຕຈະ​ປະສົບ​ຜົນສຳ​ເລັດ ​ເຊິ່ງຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ບໍ່ພຽງ​ແຕ່​ຈະ​ເຮັດ​ໃຫ້​ສາຍ​ພົວພັນ​ຈີນ-ຟີ​ລິບ​ປິນກັບ​ຄືນ​ສູ່​ປົກກະຕິ​ເທົ່າ​ນັ້ນ, ​ແຕ່ຍັງ​ຈະ​ສ້າງ​ອະນາຄົດ​ໃໝ່​ເພື່ອ​ການ​ຮ່ວມ​ມື​ແບບ​ຕ່າງຝ່າຍ​ມີ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ຫວາງ​ຢີ້ຢືນຢັນ​ວ່າ: ຫຼັງ​ທ່ານ​ປະທານາທິບໍດີ​ດູ​ເຕີ​ເຕຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແລ້ວ,ທ່ານ​ໄດ້​ເລືອກ​​ເສັ້ນທາງ​ປັບປຸງ​ມິດຕະພາບ​ກັບ​ຈີນຄືນ​ໃໝ່​ແລະ​ຍິນ​ດີ​ກັບ​ຄືນ​ສູ່​ການ​ເຈລະຈາ​ແລະ​ຮ່ວມມື​ຄືນ​ໃໝ່ ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ຟີ​ລິບ​ປິນ ​ແລະ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຟີ​ລິບ​ປິນທັງ​ຖືກຕ້ອງ​ ​ຕາມ​ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ​ທາງ​ປະຫວັດສາດ​ເຊິ່ງບໍ່​ວ່າ​ຜູ້​ໃດ​ຫຼື​ອິດ​ທິກຳລັງ​ໃດ​ກໍ​ຕາມ​ກໍ​ຈະ​ບໍ່​ອາດສາມາດ​ສະກັດ​ກັ້ນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ