ກິດຈະກຳມວນຊົນສະແດງວູຊູໃນພິທີເປີດເທດສະການວູຊູວັດຊ້າວລິນສາກົນເຈິ້ງໂຈ່ວຄັ້ງທີ 11 ໄດ້ຈັດຂຶ້ນຢູ່ເມືອງເຕິ່ງເຟິ່ງໃນຕອນບ່າຍວັນທີ 16 ຕຸລານີ້ ໂດຍມີ 478 ຂະບວນລວມ 7 ໝື່ນກວ່າຄົນໄດ້ສະແດງໝັດມວຍແລະການໃຊ້ມີດ,ດາບ,ໄມ້ແລະອື່ນໆ. ພ້ອມດຽວກັນນັ້ນ,ຢູ່ໜ້າເວທີປະທານຍັງໄດ້ຈັດໃຫ້ມີການສະແດງຟ້ອນໂຕສິງແລະມັງກອນນັບເປັນຮ້ອຍໂຕອີກດ້ວຍ.