CRI ​​​ແລະ​ ຄະນະ​ໂຄສະນາ​ອົບຮົມ​​ແຂວງ​ຝູຈ້ຽນ ​ສັນຍາຮ່ວມ​ມື​ຍຸດ​ທະ​ສາດ​ໂຄສະນາ​ຕໍ່​ພາຍ​ນອກ
2016-10-19 17:10:55  cri 

ພິທີ​ເຊັນ​ສັນຍາ​ຂອບ​​ການ​ສ້າງສາຍ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​​ໂຄສະນາ​ຕໍ່​ພາຍ​ນອກລະຫວ່າງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ(CRI) ​ແລະ ຄະນະ​ໂຄສະນາ​ອົບຮົມ​ແຂວງ​ຝູຈ້ຽນ ສປ ຈີນ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຝູ​ໂຈ່​ວ ​ເທດສະບານ​ແຂວງ​ຝູຈ້ຽນ​ໃນ​ວັນ​ທີ 18 ຕຸລາ​ນີ້ ​ໂດຍ​ທ່ານ​ຫວາງ​ເກິ່ງ​ໜຽນ ຜູ້ອຳນວຍການ​ໃຫຍ່ CRI ​ແລະ ທ່ານ​ກາວ​ສຽງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ຄະນະ​ພັກ​ແຂວງ​ດັ່ງກ່າວ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ດັ່ງກ່າວ.

ກ່ອນ​ການ​ລົງ​ນາມ, ທ່ານ​ຫວາງ​ເກິ່ງ​ໜຽນ ກ່າວ​ໃນ​ໂອກາດ​ພົບ​ປະ​ກັບ​ທ່ານ​ກາວ​ສຽງ ​ໂດຍຢືນຢັນວ່າ: ​ໃນ​ກົນ​ໄກ​ແລະ​ເວທີ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຍຸດທະສາ​ດການ​ໂຄສະນາ​ຕໍ່​ພາຍ​ນອກ, CRI ​ແລະ ຄະນະ​​ໂຄສະນາ​ອົບຮົມ​ແຂວງ​ຝູຈ້ຽນ ຈະ​ພົວພັນ​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ຮ່ວມ​ມື​ກັນ​ຢ່າງ​ແທ້​ຈິງ ​ໂດຍ​ການ​ນຳໃຊ້​ພາຫະນະການໂຄສະນາທີ່​ມີ 65 ພາສາ, ສະຖານີ​ວິທະຍຸ​ຮ່ວມ​ມື​ການກະຈາຍສຽງ​ອອກ​ອາກາດ​ຢູ່​ທ້ອງ​ຖິ່ນ 130 ກວ່າ​ແຫ່ງ, ສື່​ຕ່າງປະ​ເທດຮ່ວມ​ມື 100 ກວ່າ​ແຫ່ງ ​ແລະ​ອື່ນໆ ​ເພື່ອ​ໂຄສະນາ​​ແຂວງ​ຝູຈ້ຽນ​ຕໍ່​ໂລກ​ໃຫ້​ມີ​ຄຸນ​ນະພາ​ບ ​ໂດຍພະຍາຍາມ​​ໂຄສະນາການ​ພັດທະນາ​ສັງຄົມ, ​ເສດຖະກິດ ​ແລະ ວັດທະນະທຳຂອງ​ແຂວງ​ຝູຈ້ຽນໄປ​ສູ່ທົ່ວ​ໂລກ ​ແລະ​ສ້າງ​ບັນຍາກາດຄວາມຮັບ​ຮູ້​ທີ່​ດີ​ເພື່ອ​ການ​ພັດທະນາ​ແລະຄວາມ​ຈະ​ເລີ​ນຂອງ​ແຂວງ​ຝູຈ້ຽນ​ໃນ​ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ