ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 6 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ
2016-10-24 15:31:35  cri 
ກອງ​ປະຊຸ​ມຄົບ​ຄະນະ​ເທື່ອ​ທີ 6 ສະ​ໄໝ​ທີ 18 ຂອ​ງພັກ​ກອມ​ມູນິດ​ຈີນ​ໄດ້​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 24 ຕຸລາ​ນີ້​ໂດຍ​ຈະ​ສຶກສາ​ຄົ້ນຄວ້າ​ບັນຫາ​ສຳຄັນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອ​ບດ້ານ ​ແລະ​ສ້າງ​ກົດ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ​ພາຍໃຕ້​ສະຖານະ​ການ​ໃໝ່ ທັງ​ປັບປຸງ​ກົດ​ລະບຽບ​ວ່າ​ດ້ວຍ​ການ​ຕິດຕາມ​ພາຍ​ໃນ​ພັກ​ຂອງ​ພັກ​ກອມ​ມູນິດ​ຈີນ​ສະບັບ​ທົດ​ລອງ​ປະຕິບັດ.

ຊ່ຽວຊານ​ເຫັນ​ວ່າ​, ​ເນື້ອ​ໃນ​ທີ່​ຈະ​ຫາລື​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ພ້ອມ​ດ້ວຍ​ເອກະສານ​ທີ່​ຈະກຳນົດອອກ​ໃນ​ໄວໆ​ນີ້​ຈະ​ເປັນ​ການ​ສະຫຼຸບ​ບົດຮຽນ​ແລະ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບດ້ານ​ຂອງ​ພັກ​ກອມ​ມູນິດ​ຈີນ​ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ ທັງ​ປັບປຸງ​ຜົນ​ປະຕິບັດ​ຕົວ​ຈິງ​ໃນ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ຈາກ​ດ້ານ​ລະບຽບ​ການ​ເພື່ອ​​ເປັນ​ບ່ອນອີງ​ແລະ​ການ​ຊີ້​ນຳ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ໃນ​ໄລຍະ​ຕໍ່​ໄປ.

ທ່ານ​ຈ່ວງ​ເຕີ​ສຸຍ ຮອງ​ຫົວໜ້າ​ສູນ​ຄົນຄວ້າ​ການ​ກໍ່ສ້າງ​ການ​ປົກຄອງ​ຢ່າງ​ປອດ​ໃສ​ຂາວ​ສະອາດ​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ຢືນຢັນ​ວ່າ: ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 6 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ຈະ​ສຸມ​ໃສ່​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບດ້ານ​ອີກ​ເທື່ອ​ໃໝ່​ນັ້ນ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸກ​ສະ​ໄໝທີ່​ຈີນ​ບັນລຸ​ການ​ປະ​ຕິຮູບ​ແລະ​ການ​ພັດທະນາ​ພາຍ​ໃຕ້​ສະຖານະ​ການ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ຍັງ​ຈະ​​ເຕົ້າ​ໂຮມ​ຄວາມ​ເຫັນທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ທົ່ວ​ພັກ​ແລະ​ທົ່ວ​ສັງຄົມ, ຊຸກຍູ້​ການກໍ່ສ້າງ​ແລະ​ພັດທະນາ​ທົ່ວ​ປະ​ເທດ​ຊາດ​ໃຫ້​ໄດ້​ຮັບ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ​ໂດຍ​ສະ​ເພາະ​ຊຸກຍູ້​ລະບົບ​ຄຸ້ມ​ຄອງ​ປະ​ເທດ​ແລະ​ຄວາມ​ສາມາດການ​ຄຸ້ມ​ຄອງ​ໃຫ້​ຫັນ​ເປັນທັນ​ສະ​ໄໝ​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ