ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
2016-10-24 15:38:51  cri 

 

  ໃນຕອນເຊົ້າຂອງວັນທີ 24 ຕຸລາ ທີ່ຫໍສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະ
ພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາ
ແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານ
ປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ບັນດາທູຕານຸທູດ, ຕາງຫນ້າອົງການຈັດຕັ້ງສາກົນປະ
ຈຳລາວ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ສະມາຊິກສະພາປະຊາຊົນແຂວງ, ນະຄອນຫຼວງ ແລະ ແຂກຮັບເຊີນເຂົ້າຮ່ວມ. 

   ໃນໂອກາດໄຂກອງປະຊຸມຄັ້ງນີ້, ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ກ່າວວ່າ: ປີ 2016 ເປັນປີທຳອິດຂອງ
ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ
ຄັ້ງທີ VIII. ໃນປີນີ້ເຖີງວ່າສະພາບການສາກົນມີການຜັນແປໄປຢ່າງສັບສົນແຕ່ເສດຖະກິດຂອງລາວຍັງສືບຕໍ່ຂະຫຍາຍຕົວຢ່າງ
ຕໍ່ເນື່ອງເມື່ອທຽບກັບປະເທດໃນພາກພື້ນ. ຢ່າງໃດກໍຕາມ ຜ່ານການພັດທະນາເສດຖະກິດ-ສັງຄົມຂອງປະເທດມາຮອດປະຈຸບັນ
ຍັງມີຫຼາຍຢ່າງເປັນສິ່ງທ້າທາຍທີ່ທຸກຂະແໜງການຂອງລາວຕ້ອງສືບຕໍ່ແກ້ໄຂຮ່ວມກັນຢ່າງຕັ້ງຫນ້າເພື່ອໃຫ້ເສດຖະກິດ-ສັງຄົມ
ຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ. ສຳລັບວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ
VIII ໃນຕອນເຊົ້າວັນທີ 24 ຕຸລານີ້ ຜູ້ແທນກອງປະຊຸມໄດ້ພິຈາລະຈາ ແລະ ຮັບຮອງເອົາການເລືອກຕັ້ງແທນສະມາຊິກສະພາ
ແຫ່ງຊາດຢູ່ເຂດເລືອກຕັ້ງທີ 13, ແຂວງສະຫວັນນະເຂດໂດຍກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາທ່ານ ພັນເອກ ອິນໂຮມ
ຈັນສີມາ ເປັນສະມາຊິກສະພາແຫ່ງຊາດຢູ່ເຂດເລືອກຕັ້ງທີ 13 ແທນ ທ່ານ ບຸນລ້ວນ ວົງຈັນທີ ທີ່ເສຍຊີວິດເມື່ອບໍ່ດົນມານີ້.


ນອກຈາກນີ້ ກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ບົດລາຍງານ 4 ສະບັບ ຄື: ບົດລາຍງານໂດຍສັງເຂບຂອງນາຍົກ
ລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດສົກ 2015-2016 ແລະ
ທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈຳປີ 2017, ການປັບປຸງແຜນພັດທະນາເສດຖະກິດ-
ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 4 ປີ ຄື: ນັບແຕ່ປີ 2017 ຫາ 2020, ບົດລາຍງານກ່ຽວກັບການຈັດຕັ້ງ
ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 10 ເດືອນ, ຄາດຄະເນສົກ 2015-2016 ແລະ ແຜນການປະຈຳປີ 2017, ບົດ
ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກ 2015-2016, ການຈັດສັນແຜນງົບປະມານໄລຍະ
3 ເດືອນຂ້າມຜ່ານທ້າຍປີ 2016, ແຜນງົບປະມານໄລຍະ 4 ປີ ຄື: ນັບແຕ່ປີ 2017 ຫາ 2020 ແລະ ແຜນງົບປະມານແຫ່ງ
ລັດປີ 2017 ແລະ ບົດລາຍງານກ່ຽວກັບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນເງິນຕາສົກ 2015-2016, ແຜນການ 3
ເດືອນທ້າຍປີ 2016, ແຜນເງິນຕາ 5 ປີ ແລະ ແຜນເງິນຕາປີ 2017.

  ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ດຳເນີນແຕ່ວັນທີ24 ຕຸລາ ຫາ ວັນທີ 18 ພະຈິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ