ທ່ານບັນກິມູນຮຽກຮ້ອງໃຫ້ສະໜັບສະໜູນວຽກງານຂອງອົງການສະຫະປະຊາຊາດໃນໄລຍະຂ້າມຜ່ານ
2016-10-25 16:30:10  cri 
​ໃນ​ໂອກາດ​ວັນ​ປະກາດ​ໃຊ້ "ກົດບັດສະຫະປະຊາຊາດ" ວັນ​ທີ່ 24 ຕຸລາແລະວັນ​ສ້າງ​ຕັ້ງ​ອົງການ​ສະຫະ​ປະຊາ​ຊາດ​ຄົບຮອບ 71 ປີ. ທ່ານ​ບັນ​ກິ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​​ປາ​ໄສ​ກ່ຽວ​ກັບ "ວັນ​ສ້າງ​ຕັ້ງ​ອົງການ​ສະຫະ​ປະຊາ​ຊາດ", ​ໂດຍຮຽກຮ້ອງ​ໃຫ້​ປະຊາ​ຊາດ​ສະໜັບສະໜູນ​ວຽກ​ງານ​ຂອງ​ທ່ານ​ອັນ​ໂຕ​ນິ​ໂອ ກູ​ເທີເລ​ສ ວ່າ​ທີ່​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຢ່າງ​ແຂງແຮງ​​ຫຼັງ​ໄດ້​ຮັບ​ຕຳ​ແໜ່​ງ​ເລຂາທິການ​ໃຫຍ່​ອົງການ​ສະ​ຫະປະຊາ​ຊາດຢ່າງ​ເປັນ​ທາງ​ການ.

ທ່ານ​ບັນ​ກິ​ມູນ​ກ່າວ​ວ່າ, ອົງການ​ສະຫະ​ປະຊາ​ຊາດ​ຈະ​ສຳ​ເລັດ​ການ​ມອບ​ຮັບ​ວຽກ​ງານ​ຂອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດ​ທີ 8 ​ແລະ​ຊຸດ​ທີ 9. ​ໃຫ້​ສຳ​ເລັດ​ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ, ​ແລະ​ຮຽກຮ້ອງ​ໃຫ້​ປະຊາ​ຊາດ​ຈົ່ງ​ອອກ​ແຮງ​ຢ່າງ​ສຸດ​ຂີດສະໜັບສະໜູນ​ທ່ານ​ອັນ​ໂຕ​ນິ​ໂອ ກູ​ເທີເລ​ສ ສື​ບຕໍ່​ປະຕິ​ບັດ​ໜ້າ​ທີ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​​ເຮັດ​ໃຫ້​ທົ່ວ​ໂລກ​ບັນລຸ​ສັນຕິພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ສິດທິ​ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ