ຈີນ ​ແລະ ສປປ ​ເກົາຫຼີຮ່ວມ​ລະນຶກ​ກອງ​ກຳລັງ​ອາສາ​ສະໝັກ​ປະຊາຊົນ​ຈີນ​​ໄປ​ສູ້​ຮົບ​ຢູ່ ສປປ ​ເກົາຫຼີ​ເພື່ອ​​ຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ລິ​ກາ​ຄົບຮອບ 66 ປີ
2016-10-26 15:31:46  cri 

​ເນື່ອງ​ໃນ​ໂອກາດ​ກອງ​ກຳລັງ​ອາສາ​ສະໝັກ​ປະຊາຊົນ​ຈີນ​ເດີນທາງສູ່ ສປປ ​ເກົາຫຼີ ​ເພື່ອສະໜັບສະໜູນປະ​ເທດ​ດັ່ງກ່າວ​ສູ້​ຮົບຕ້ານ​ການ​ຮຸກ​ຮານ​ຂອງ​ອາ​ເມ​ລິ​ກາ​ຄົບຮອບ 66 ປີ, ຈີນ​ ແລະ ສປປ ​ເກົາຫຼີ​ໄດ້​ຮ່ວມ​​ຈັດ​ກິດຈະກຳ​ລະນຶກ​ຂຶ້ນຢູ່​ຫໍ​ສູງ​ມິດຕະພາບ​ (Sino-Korean Friendship Tower) ນະຄອນຫຼວງພຽງ​ຢາງ​ໃນ​ວັນ​ທີ 25 ຕຸລາ​ນີ້ ​ເພື່ອ​ລະນຶກ​ແລະ​ອາ​ໄລ​ຕໍ່ຜູ້​ເສຍສະຫຼະຊີວິດ​ເພື່ອການ​ປະຕິວັດ​ໃນ​ສົງຄາມ ສປປ​ ​ເກົາຫຼີ.

ທ່ານຮົງ​ເຊ​ນອົກ ​ເລຂາທິການ​ໃຫຍ່​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ສູງ​ສຸດ, ທ່ານ​ຄັງຮາ​ກຸກ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ສປປ ​ເກົາຫຼີ ທັງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ ສປປ ​ເກົາຫຼີ-ຈີນ, ຜູ້ນຳພັກ-ລັດ​ແລະ​ກອງທັບ ສປປ ​ເກົາຫຼີ ພ້ອມ​ດ້ວຍ​ທ່ານຫຼິວ​ເຈີ້ນ​ໝິນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ປະສົມ​ຊາຍ​ແດນ​ຈີນ-ສປປ​ ​ເກົາຫຼີຢູ່ ສປປ ​ເກົາຫຼີ, ທ່ານຫຼີຈິ້ນ​ຈິ່ນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ ສປປ ​ເກົາຫຼີ ​ໄດ້​​ເຂົ້າຮ່ວມ​ພິທີ​ດັ່ງກ່າວ.

ມື້​ດຽວ​ກັນ, ຜູ້ຕາງໜ້າຊາວ​ເມືອງ​ພຽງ​ຢາງ, ອົງການຈີນ​ປະຈຳ ສປປ ​ເກົາຫຼີ, ຊາວ​ ສປປ ​ເກົາຫຼີ​ເຊື້ອສາຍ​ຈີນ ​ແລະ ນັກ​ສຶກສາ ລວມ 300 ກວ່າ​ຄົນ​ໄດ້​​ວາງ​ດອກ​ໄມ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ກອງ​ກຳລັງອາສາ​ສະໝັກປະຊາຊົນ​ຈີນ​ຜູ້​ເສຍສະຫຼະຊີວິດ​ຢູ່​ຫໍ​ສູງ​ມິດຕະພາບ. ຂະນະ​ທີ່​ຄະນະ​ຜູ້​ແທນຫຼາຍຄະນະ ​ເປັນຕົ້ນຄະນະ​ຜູ້​ແທນ​ໜ່ວຍ​ງານ​ອະນາ​ໄມ​ສິ່ງ​ກໍ່ສ້າງ​ລະນຶ​ກກອງ​ກຳລັງອາສາ​ສະໝັກປະຊາຊົນ​ຈີນ​ຜູ້​ເສຍສະຫຼະຊີວິດ ​ແລະ ຄະນະ​ອະນາ​ໄມ​ສິ່ງ​ກໍ່ສ້າງລະນຶກ ກອງ​ກຳລັງອາສາ​ສະໝັກປະຊາຊົນ​ຈີນ​ຜູ້​ເສຍສະຫຼະຊີວິດແຂວງ​ຈີຫຼິນ ສປ ຈີນ ກໍ​ໄດ້​ເຂົ້າຮ່ວມ​ພິທີ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ