ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ​ແລະ​ເຢຍລະ​ມັນ​ຫາລື​ບັນຫາ​ຊີຣີ​ທາງ​ໂທລະສັບ
2016-10-26 15:37:44  cri 

ທ່ານ​​ເຊີ​​ເກ ລາວຼົຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ​ແລະ ທ່ານ​ແຟຣງ ວານ​ເຕີ ສະ​ເຕອິນ​ເມ​ເອີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ ​ໂດຍ​ໄດ້​ເຈາະ​ຈົງ​ປຶກສາ​ຫາລື​ສະຖານະ​ການ​ຊີຣີ​ເພື່ອຈະ​ເຮັດ​ແນວ​ໃດ​ໃນ​ການແກ້​ໄຂ​ວິ​ກິດ​ການປະ​ເທດ​ດັ່ງກ່າວ.

ຝ່າຍຣັດ​ເຊຍ ຢືນຢັນ​ວ່າ: ບໍ່​ຄວນ​ປ່ອຍປະລະ​ເລີຍ​ຕໍ່​ການສະກັດ​ກັ້ນການ​ຊ່ວຍ​ເຫຼືອທາງ​ມະນຸດສະທຳ​ແລະ​ການ​ປິ່ນປົວ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ເມືອງ​ອາ​ເລັບ​ໂປ​ທີ່​ກະທຳ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ, ອົງການ​ຊ່ວຍ​ເຫຼືອທາງ​ມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຄວນ​ເພີ່ມ​ທະວີ​ການ​ປະສານ​ງານ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ເພື່ອ​ກຳຈັດ​ການ​ກະທຳ​ເຫຼົ່ານີ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ຂະນະ​ດຽວ​ກັນ, ທ່ານ​ລາວຼົຟ ​ເນັ້ນວ່າ: ຈະ​ຕ້ອງ​ຈຳ​ແນ​ກພັກ​ຝ່າຍ​ຄ້ານ​ທີ່ອ່ອນ​ໂຍນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ຢູ່​ໃນ​ດິນ​ແດນ​ຊີຣີຢ່າງ​ບໍ່​ມີ​ເງື່ອນ​ໄຂ.

ລັດຖະມົນຕີ​ສອງ​ທ່ານ​ໄດ້​ນັດ​ກັນ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮັກສາ​ກົນ​ໄກ​ປຶກສາ​ຫາລື​ລະດັບ​ນັກວິຊາການ​ທີ່​ສ້າງ​ຂຶ້ນລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ເພື່ອ​ໄກ່​ເກ່ຍວິ​ກິດ​ການ​ຊີຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ