ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ລັດຖະບານ​ປາ​ກີ​ສະຖານ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ຢ່າງ​ເດັດດ່ຽວ
2016-10-26 16:44:50  cri 
​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ຕຸລາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ ຕ່າງປະ​ເທດ​ຈີນ​ກ່າວ​ວ່າ​, ຈີນຮູ້ສຶກ​ຕົກ​ໃຈ​ຕໍ່​ເຫດການ​​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ກຸຍ​ທາ​ຂອງ​ປາ​ກີ​ສະຖານ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ, ​ແລະ​ຂໍກ່າວ​ປະນາມ​ຢ່າງຮຸນ​ແຮງ​ຕໍ່​ເຫ​ດການ​ໂຈມ​ຕີ. ຂະນະ​ດຽວ​ກັນ​ຈີນ​ກໍ​ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ການ, ​ແລະຈະ​ສືບ​ຕໍ່​ສະໜັບສະໜູນ​ລັດຖະບານ​ປາ​ກີ​ສະຖານ​ຕໍ່​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​​, ​ເພື່ອຮັກສາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ແລະ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ.
ຂ່າວ​ແຈ້ງວ່າ, ຕອນ​ຄ່ຳ​ວັນ​ທີ 24 ຕຸລາ​ນີ້, ​ໂຮງຮຽນຕຳຫຼວດ​ແຫ່ງ​ໜຶ່ງຂອງ​ເມືອງກຸຍ​ທາແຂວງ​ບາ​​ເຊ​ສຕັນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກີ​ສະຖາ​ນ​​ໄດ້ຖືກ​ກຸ່ມ​ປະກອບ​ອາວຸດ​​ຫຼອນ​ໂຈມ​ຕີ, ສົ່ງ​ຜົນ​ເຣັດ​ໃຫ້ຫຼາຍ​ສິບ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ