ພະລັງງານ​ທີ່​ເກີດ​ໃໝ່​ໄດ້​ກາຍ​ເປັນ​ແຫຼ່ງຜະລິດ​​ໄຟຟ້າ​ໃໝ່​ຫຼາຍ​ທີ່​ສຸດ​ໃນ​ໂລກ
2016-10-26 16:47:24  cri 
ວັນ​ທີ 25 ຕຸລາ​ນີ້, ກົມ​ພະລັງງານ​ສາກົນ​ເປີດ​ເຜີຍ​ບົດ​ລາຍ​ງານ​ວ່າ, ປີ 2015, ພະລັງງານ​ທີ່​ເກີດ​ໃໝ່​ໄດ້ລື່ນ​ກາຍຖ່ານ​ຫີນ, ກາຍ​ເປັນ​ແຫຼ່ງຜະລິດ​ໄຟຟ້າ​ໃໝ່​ຫຼາຍ​ທີ່​ສຸດ​ໃນ​ໂລກ​ເປັນ​ຄັ້ງ​ທຳ​ອິດ. ​​ແນວ​ໃດ​ກໍ​ດີ, ພະລັງ​ໄຟຟ້າ​ທີ່​ຜະລິດ​ໂດຍ​ຖ່ານ​ຫີນກໍ​ຍັງ​​ກວມ 39% ຂອງ​ຍອດ​ຈຳນວນ​ຜະລິດ​ໄຟຟ້າ​ຂອງ​ໂລກ, ​ຂະນະ​ທີ່ພະລັງ​ໄຟຟ້າ​ທີ່​ຜະລິດ​ດ້ວຍ​ພະລັງງານ​ທີ່​ເກີດ​ໃໝ່​ມີ​ພຽງ​​ແຕ່ 23%, ​ແຕ່​ກໍຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​​ເປັນ 28% ​ໃນ​ປີ 2021.

ບົດ​ລາຍ​ງານຊີ້​ໃຫ້​ເຫັນ​ວ່າ, ພະລັງງານ​ທີ່​ເກີດ​ໃໝ່​ສາມາດ​ພັດທະນາ​ໄດ້​ຢ່າງ​ວ່ອງ​ໄວ, ​ເຊິ່ງຕົ້ນຕໍ​​ເປັນ​ຜົນ​ມາ​ຈາກ​ອາ​ເມ​ລິ​ກາ, ຈີນ, ອິນ​ເດຍ​, ​ແມັກ​ຊິກ​ແລະ​ອື່ນໆ​ໄດ້​ວາງ​ນະ​ໂຍບ​າຍສະໜັບສະໜູນ​ຢ່າງ​ແຂງ​ແຮງ​ແລະ​ຕົ້ນ​ທຶນ​ການ​ຜະລິດ​​ໄຟຟ້າ​ດ້ວຍ​ພະລັງ​ແສງຕາ​ເວັນ​ແລະພະລັງ​ລົມ​ທາງບົກ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ