ສ້າງ​ຕັ້ງສະ​ຖາ​ບັນ​ຂົງຈື້​ແຫ່ງ​ທຳ​ອິດ​ຢູ່​ເຂດ​ໃຫຍ່​ຊີ​ຊີ​ເລຍ​ປະ​ເທດ​ອີ​ຕາ​ລີ​ຢ່າງ​ເປັນ​ທາງ​ການ
2016-10-27 15:34:18  cri 

ພິທີ​ເປີດ​ປ້າຍ​ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​ໂຄ​ເຣ​ແອນ​ນາ ​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ມະຫາວິທະຍາ​ໄລ​ໂຄ​ເຣ​ແຂວງ​ແອນ​ນາ ປະ​ເທດ​ອີ​ຕາ​ລີ​ໃນ​ວັນ​ທີ 25 ຕຸລາ​ນີ້​ໂດຍ​ທ່ານ​ໂລ​ຜິ​ງ ທີ່​ປຶກສາ​ພະ​ແນ​ກສຶກສາ​ທິການ​​ສະຖານທູດ​ຈີນ​ປະຈຳ​ອີ​ຕາ​ລີ, ທ່ານ​ບຣູ​ໂນ ມາ​ຊີ​ອາ​ໂນ ສະມາຊິກ​ສະພາ​ຂອງ​ພະ​ແນ​ກສຶກສາ​ທິການ​ເຂດ​ໃຫຍ່​ຊີ​ຊີ​ເລຍ​ອີ​ຕາ​ລີ, ທ່ານ​ສາ​ສະ​ດາ​ຈານ ຄາ​ຕານ​ໂດ ຊາ​ເລ​ໂນ ປະທານສະພາ​ມົນຕີ​ມະຫາວິທະຍາ​ໄລ​ໂຄ​ເຣ​ແອນ​ນາ, ທ່ານສາ​ສະ​ດາ​ຈານ ​ຈິ​ໂອ​ວານ​ນີ ປູ​ລີ​ຊີ ອະທິການ​ບໍດີມະຫາວິທະຍາ​ໄລ​ໂຄ​ເຣ​ແອນ​ນາ​ພ້ອມ​ດ້ວຍ​ຜູ້ຕາງໜ້າ​ລັດຖະບານ​ສອງ​ຝ່າຍ, ອາຈານ​ແລະ​ນັກ​ສຶກສາ, ບຸກຄົນວົງ​ການ​ຕ່າງໆ​ໃນ​ສັງຄົມ​ອີ​ຕາ​ລີ​ເຂົ້າ​ຮ່ວມ​.

ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​ໂຄ​ເຣ​ແອນ​ນາ​ເປັນ​ສະ​ຖາ​ບັນແຫ່ງ​ທີ 12 ຂອງ​ອີ​ຕາ​ລີ ​ແລະ​ເປັນ​ສະ​ຖາ​ບັນໜຶ່ງດຽວ​ຢູ່​ເຂດ​ໃຫຍ່​ຊີ​ຊີ​​ເລຍທີ່ໄດ້​ຮ່ວມ​ມື​ກັບ​ມະຫາວິທະຍາ​ໄ​ລພາສາ​ຕ່າງປະ​ເທດ​ຕ້າ​ລຽນ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ