ເດັກຊາຍປະເທດບອສນີເຮີເຊໂກວິນາຊື່ວ່າ ອັນມານເດີຣິກ ທີ່ປີນີ້ອາຍຸ 5 ປີ ໄດ້ດັງຂຶ້ນໃນອິນເຕີເນັດຍ້ອນຄວາມສາມາດພິເສດຂອງຕົນໂດຍໃນວິດີໂອເລື່ອງໜຶ່ງ, ເດັກຊາຍຄົນນີ້ໄດ້ສະແດງໃຫ້ເຫັນຄວາມສາມາດຂອງຕົນຢ່າງໜ້າອັດສະຈັນໂດຍໜ້າເອິກສາມາດດູດບ່ວງ,ສ້ອມແລະເງິນຫຼຽນໄດ້ເປັນຈຳນວນຫຼາຍ.