ລັດຖະບານ​ລາວ​ພະຍາຍາມ​ໃຊ້​ມາດ​ຕະການ​ປະຕິ​ຮູບ​ເພື່ອ​ປັບປຸງ​ສະພາບ​ແວດລ້ອມ​ການ​ຄ້າ
2016-11-02 17:42:08  cri 
ບົດ​ລາຍ​ງານ​ສະພາບ​ແວດ​ລ້ອມການ​ດຳ​ເນີນທຸລະ​ກິດ 2017 ທີ່​ທະນາຄານ​ໂລກ​ເປີດ​ເຜີຍ​ນັ້ນ​ໄດ້​ລະບຸ​ວ່າ: ​ເນື່ອງ​ຈາກ​ປະ​ເທດ​ອື່ນລ້ວນ​ແຕ່​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ປະຕິບັດ​ມາດ​ຕະການ​ປະ​ຕິ​ຮູບ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ຄ້າ, ​ແຕ່ສະພາບ​ແວດ​ລ້ອມ​ການດຳ​ເນີນ​ທຸລະ​ກິດ​ຂອງ​ລາວ​ໄດ້ຕົກ​ລົງ​ຈາກອັນ​ດັບ 136 ​ເມື່ອ​ປີຜ່ານມາມາ​ຢູ່ອັນ​ດັບ​ 139 ​ໃນ​ປີ​ນີ້.

ບົດ​ລາຍ​ງານ​ລະບຸ​ວ່າ​: ​ເຖິງ​ວ່າການຈັດ​ອັນ​ດັບ​ຂອງ​ລາວ​ໄດ້ຕ່ຳລົງ​ກໍ​ຕາມ, ​ແຕ່​ລັດຖະບານ​ລາວກໍ​​ໄດ້​ນຳ​ໃຊ້​ມາດ​ຕະການ​ຕ່າງໆ​ເປັນ​ຕົ້ນ​ຫຼຸດ​ຂັ້ນ​ຕອນ​ພິຈາລະນາການ​ອະນຸມັດ​​ແລະ​ຂັ້ນ​ຕອນ​ການລົງທະບຽນ​ຂອງວິ​ສາ​ຫະກິດ​ໃຫ້​ກະທັດ​ຮັດ, ການ​ແບ່ງ​ປັບ​ໄຟຟ້າ​ໃຊ້​ທາງ​ທຸລະ​ກິດ​ໃຫ້​ສົມ​ເຫດ​ສົມ​ຜົນ​ຕາມສະຖິຕິ​ຄວາມ​ຖີ່​ແລະ​ເວລາ​ການຕັດ​ໄຟກໍ​ຄືມາດ​ຕະການ​ອື່ນໆ ​ເຊິ່ງລ້ວນ​ແຕ່​ໄດ້​ສົ່ງ​ເສີມ​ການ​ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ ທັງ​ໄດ້​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ແລະ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ​ດີ​ຂຶ້ນ​ຕື່​ມອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ