ນັກວິຊາການ​ລາວຖອດ​ຖອນ​ບົດຮຽນ​ການ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກ​ຢູ່​ຈີນ
2016-11-04 10:48:53  cri 
  ສູນ​ຄົ້ນຄວ້າ​ລັດ​ທິ​ມາກ​ສ໌ຂອງສະ​ຖາ​ບັນ​ວິ​ທະຍາ​ສາດ-ສັງຄົມ​​ແຫ່ງ​ຊາດຈີນ​ພ້ອມດ້ວຍສະ​ຖາ​ບັນ​ວິ​ທະຍາ​ສາດ-ສັງຄົມ​​ແຫ່ງ​ຊາດລາວ​ແລະ​ຫວຽດນາມ​ໄດ້​ຮ່ວມ​ ​ເວທີ​ປຶກສາ​ຫາລື​ສັງຄົມ​ນິຍົມ​ສາກົນ​ຄັ້ງ​ທີ 4 ຢູ່​ເມືອງ​ກຸ້ຍ​ຫຼິນ ​ເຂດ​ກວາງຊີ ສປ ຈີນ​ໃນວັນ​ທີ 2-3 ພະ​ຈິກ​ນີ້ ​ໂດຍ​ຜູ້​ຊ່ຽວຊານ​ແລະ​ນັກວິຊາການທັງ 3 ປະ​ເທດ​​ໄດ້​ແລກປ່ຽນ​ແລະ​ປຶກສາ​ຫາລື​ປິ່ນ​ອ້ອມ​ຫົວ​ຂໍ້ "ທົບ​ທວນ​ແລະ​ຈ້ອງ​ມອງການ​ປະຕິ​ຮູບ​ຂອງສັງຄົມນິຍົມ".

  ໂອກາດ​ດັ່ງກ່າວ, ທ່ານ ​ເຟືອງ​ສີ ລາວຟຸ້ງ ຫົວໜ້າສູນ​ຄົ້ນຄວ້າ​ເສດຖະກິດ​ຈາກສະ​ຖາ​ບັນ​ວິ​ທະຍາ​ສາດ-ສັງຄົມ​​ແຫ່ງ​ຊາດລາວກ່າວ​ວ່າ: "ປັດຈຸບັນ​ປະຊາຊົນທຸກ​ຍາກ​ກວມ 30% ​ໃນ​ທົ່ວ​ປະ​ເທດ​ຕົນ​​ແຕ່​ແນວ​ໃດ​ກໍ​ດີ​ພັກ-ລັດຖະບານ​ລາວ​ກໍ​ໄດ້​ສຸມ​ໃສ່​ປະຕິບັດ​ນະ​ໂຍບາຍລົບ​ລ້າງ​ຄວາມທຸກ​ຍາກ​ໂດຍ​ການ​ພັດທະນາ​ເຂດ​ຊົນນະບົດ​ຢ່າງ​ຮອບ​ດ້ານ. ຂະນະດຽວ​ກັນ​ກໍ​ຫວັງ​ຖອດ​ຖອນ​ບົດຮຽນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ກໍ​ຄື​ພັດທະນາ​ເສດຖະກິດນຳ​ຈີນ ​​​ເພື່ອເພີ່ມ​ທະວີ​ການ​ຮ່ວມ​ມື​ນຳ​ກັນຕື່ມ​ອີກ."

  ທ່ານ ​ເຟືອງ​ສີ ລາວຟຸ້ງ ກ່າວ​ຕື່ມ​ວ່າ: "ປະ​ເທດ​ຕົນ​ຕັ້ງ​ເປົ້າ​ໝາຍຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​​ໃນ​ປີ 2020 ​ແລະ​ພະຍາຍາມ​ຫຼຸດ​ອັດຕາ​ປະຊາຊົນ​ ທຸກ​ຍາກລົງ​ໃຫ້​ຢູ່​​ໃນລະດັບ 10%." ຂະນະ​ດຽວ​ກັນ, ພັກລັດປະ​ເທດ​ຕົນ​ຍຶດໝັ້ນ​ພັດທະນາໄປ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຂະນະ​ທີ່ປັດຈຸບັນພວມ​ສ້າງ​ລະ​ບອບ​ປະຊາທິປະ​ໄຕ​​ແຕ່​ຂັ້ນ​ສູນ​ກາງຫາ​ທ້ອງ​ຖິ່ນ​ຕາມ​ແນວທາງ​ຂອງ​ພັກ. ​ແນວ​ໃດ​ກໍ​ດີ, ​ຫວັງ​ວ່າຈະໄດ້ຮັບ​ການ​ຊ່ວຍ​​ເຫຼືອ​ແລະ​ສະໜັບສະໜູນ​ການ​ພັດທະນາ​ເຂດ​ຊົນນະ​ບົດກໍ​ຄືການ​ຫຼຸດຜ່ອນຄວາມທຸກ​ຍາກຈາກ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ