ນີວຊີ​ແລນ​ຄອງ​ອັນ​ດັບ​ໜຶ່ງ​ໃນ​ສະພາບ​ແວດ​ລ້ອມ​ການ​ດຳ​​ເນີນ​ທຸລະ​ກິດ​ທົ່ວ​ໂລກ 2017
2016-11-07 17:49:20  cri 
ເມື່ອ​ມໍ່ໆ​ນີ້, ທະນາຄານ​ໂລກ​ໄດ້​​ເປີດ​ເຜີຍ​ບົດ​ລາຍ​ງານ​ປະຈຳ​ປີ​ຢ່າງ​ເປັນ​ທາງ​ການ​​​ໃນ​ຫົວ​ຂໍ້ "ບົດ​ລາຍ​ງານ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະກິດ 2017: ທຸກ​ຄົນ​ມີ​ໂອກາດ​ສະ​ເໝີ​ພາບ"​ໂດຍ​ລະບຸ​ວ່າ: ປີ 2015 ຜ່ານ​ມາ, ທົ່ວ​ໂລກ​ມີ ກຸ່ມ​ເສດ​ຖະກິດ 137 ກຸ່ມ​ໄດ້​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ເປັນ​ຂໍ​ກະ​ແຈ ​ເຊິ່ງ​ເຮັດ​ໃຫ້ການ​ສ້າງ​ຕັ້ງ​ແລະ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ງ່າຍ​ກວ່າ​ເກົ່າ. ​ແນວ​ໃດ​ກໍ​ດີ, ​ໃນ​ການຈັດ​ອັນ​ດັບ​ປະສິດທິພາບ​ການ​ດຳ​ເນີນ​ທຸລະ​ກິດ​ທົ່ວ​ໂລກນັ້ນ, ນີວຊີ​ແລນ​ເປັນອັນ​ດັບ​ໜຶ່ງ, ສິງກະ​ໂປ ອັນ​ດັບ 2, ​ແດນ​ມາກ ອັນ​ດັບ 3 ​ແລະ​ຮົງ​ກົງ​ຈີນ​ເປັນອັນ​ດັບ 4.

ເບິ່ງ​ຈາກ​ເຂດ​ແຄວ້ນ​ແລ້ວ, ​ໃນ​ບັນດາ​ກຸ່ມ​ເສດຖະກິດ​ທີ່​ຄອງ​ອັນ​ດັບ​ໜຶ່ງ​ຫາ 10 ຂອງ​ໂລກນັ້ນ, ມີ​ສອງ​ກຸ່ມ​ຢູ່​​ເຂດ​ອາຊີ​ຕາ​ເວັນ​ອອກ​ແລະ​ປາຊີ​ຟິກ ຄື​ສິງກະ​ໂປ​ແລະ​ຮົງ​ກົງ​ຈີນ. ຂະນະ​ທີ່​ໃນ​ບັນດາກຸ່ມ​​ເສດ​ຖະກິດ​ທີ່​ຄອງອັນ​ດັບ​ໜຶ່ງ​ຫາ​ 10 ທີ່​ປະສິດທິພາບ​​ໃນ​ການ​ປັບປຸງການ​ດຳ​ເນີນ​ທຸລະ​ກິດໃຫ້​ດີ​ຂຶ້ນ​ຫຼາຍ​ກວ່າ​ໝູ່​ນັ້ນກໍ​ມີ​ສອງ​ກຸ່ມ​ຢູ່​ເຂດ​ນີ້​ຄື ບຣູ​ໄນ​ແລະ​ອິນ​ໂດ​ເນ​ເຊຍ. ປີ 2015 ຜ່ານ​ມາ, ບັນດາ​ກຸ່ມ​ເສດຖະກິດ​ໃນ​ພາກ​ພື້ນ​ດັ່ງກ່າວ​ໄດ້​ປະຕິບັດມາດ​ຕະການ​ປະຕິ​ຮູບ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ດຳ​ເນີ​ນທຸລະ​ກິດ 45 ປະການ ​​ໂດຍການ​ປະຕິ​ຮູບ​​ໄດ້​ດຳ​ເນີ​ນ​ເລັ່ງລັດ​ຢ່າງ​ຈະ​ແຈ້ງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ