ບໍລິສັດ​ການ​ຄ້າ​ເອ​ເລັກ​ໂຕຼນິກຈີນ​​ເປີດ​ບໍລິການ​ລູກ​ຄ້າ​ໃນ​ "ວັນ​ທີ 11 ພະຈິກ"ນີ້
2016-11-11 15:35:06  cri 

  ວັນ​ທີ 11 ພະຈິກ​ນີ້ຢູ່ຫ້ອງການຂອງບໍລິສັດ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ແຫ່ງ​ໜຶ່ງຢູ່​​ເຂດນິຄົມ​ຂະ​ແໜງ​ການ​ປະດິດ​ສ້າງ​ໃໝ່​ເມືອງ​ຈູ່​ໄຫ ​ແຂວງ​ກວາງຕຸ້ງ ສປ ຈີນ, ພະນັກງານ​ໄດ້​ເອົາ​ໃຈ​ໃສ່​ບໍລິການ​ລູກ​ຄ້າ​ທາງ​ອິນ​ເຕີ​ເນັດ, ຂະນະ​ທີ່​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ກໍ​ໃຫ້​ກຳລັງ​ໃຈ​ພະນັກງານ​ເຊັ່ນ​ດຽວ​ກັນ​ເຊິ່ງ​ເປັນ​ມື້​​ໂປຼ​ໂມ​ຊັນ​ການ​ຄ້າ​ຂາຍ​ທາງ​ອິນ​ເຕິ​ເນັດ​ປີ​ລະ​ເທື່ອຜ່ານ​ວິ​ດີ​ໂອ. ​ເວລາ 0 ​ໂມງ​ຂອງ​ມື້​ດັ່ງກ່າວ, ​ໄດ້​​​ໄຂ "​ເທ​ສະການຊື້​ເຄື່ອງ​ທາງ​ອິນ​ເຕີ​ເນັດວັນ​ທີ 11 ພະຈິກ" ຢ່າງ​ເປັນ​ທາງ​ການ​ແລະ​ຫຼັງ​ຈາກ​ນັ້ນ​ພຽງ​ແຕ່ 52 ວິນາທີ, ລວມຍອດ​ມູນ​ຄ່າຄ້າ​ຂາຍຜ່ານ​ທາງ​ອິນ​ເຕີ​ເນັດ​ຂອງ​ເວັບ​ໄຊ ທຽນ​ມາວ ​ເຊິ່ງ​ເປັນ​ເວັບ​ໄຊ​ການ​ຄ້າ​ເອ​ເລັກ​ໂຕຼນິກຂອງ​ຈີນ​​ໄດ້ມີ​ມູນ​ຄ່າ 1 ຕື້​ກວ່າຢວນ, ​ໄວ​ກວ່າ 1 ນາທີ​ແລະ 12 ວິນາທີ​ໃນ​ປີຜ່ານມາ. ຂະນະ​ທີ່ພຽງ 6 ນາທີ 58 ວິນາທີ, ລວມຍອດ​ມູນ​ຄ່າຄ້າ​ຂາຍຂອງ​ເວັບ​ໄຊດັ່ງກ່າວກໍ​ໄດ້ບຸກທະລຸ 10 ຕື້​ຢວນ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ