ເລີ່​ມ​ແລ້ວສັບປະດາ​ກອງ​ປະຊຸມ​​ບໍ່​ເປັນ​ທາງ​ການຂອງຜູ້ນຳ​ອົງການ​ອາ​ເປັກ
2016-11-15 17:21:08  cri 

ສັບ​ປະດາ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກ ຫຼື ອາ​ເປັກ 2016 ​ໄດ້​ເລີ່​ມ​ເປີດ​ສາກ​ຢູ່​ນະຄອນ​ລີ​ມາ ປະ​ເທດ​ເປຣູ​ໃນ​ວັນ​ທີ 14 ພະຈິກ​ນີ້.

ຫົວ​ຂໍ້​​ກອງ​ປະຊຸມ​ໃນ​ປີ​ນີ້​ເນັ້ນ "ການ​ເຕີບ​ໂຕ​ຢ່າງ​ມີ​ຄຸນ​ນະພາ​ບສູງ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ" ​ໂດຍ​ຜູ້ນຳ​ ​ແລະ ຜູ້​ແທນຂອງ​ກຸ່ມ​ເສດຖະກິດ​ຕ່າງໆ ຈະ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ຕ່າງໆ ​ເປັນຕົ້ນ ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ, ​ເຂດ​ເສດຖະກິດ​ເສລີ​ອາຊີ​ປາຊີ​ຟິກ, ການ​ເຊື່ອມ​ຈອດ ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບໍລິການ.

ທ່ານ​ເມີ​ເຊ​ເດັສ ອາຣາວ ຮອງ​ປະທານາທິບໍດີ​ຜູ້​ທີ 2 ປະ​ເທດ​ເປຣູ ກ່າວ​ວ່າ: ກອງ​ປະຊຸມ​ເທື່ອ​ນີ້​ພໍດີ​​ເປັນ​ໂອກາດ​​ດີ​​ໃຫ້​ແກ່​ການ​ປຶກສາ​ຫາລື​ການ​ພັດທະນາ​ແບບ​ຍືນ​ຍົງ ​ໂດຍມີ​ວາລະຢ່າງ​ກວ້າງຂວາງ ລວມທັງ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ຊັບພະຍາກອນ​ມະນຸດ ​ແລະ ການ​ເຊື່ອມ​ໂຍງ ​ເປັນຕົ້ນ. ນອກ​ນີ້, ພວກ​ເຮົາ​ຍັງ​ຈັດ​ເອົາ​ບັນຫາ​ການ​​​ເຮັດ​ແນວ​ໃດ​ເພື່ອໃຫ້​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ເຊື່ອມ​ໂຍງຕ່ອງ​ໂສ້​ຄຸນຄ່າ​ອຸດສາຫະກຳ​ທົ່ວ​ໂລກ ​ເຂົ້າ​ໃນ​ວາລະ​ປະຊຸມ​ອີກ.

​ໃນ​ສັບປະດາກອງ​ປະຊຸມ​ເທື່ອ​ນີ້ ຈະ​ຈັດ​ກອງປະ​ຊຸມຕ່າງໆ ​ເຊັ່ນ ກອງ​ປະຊຸມ​ສະພາ​ມົນຕີ​ທີ່​ປຶກສາ​ອຸດສາຫະກຳ​ການ​ຄ້າ, ກອງ​ປະຊຸມ​ລະດັບ​ລັດຖະມົນຕີ, ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ອຸດສາຫະກຳ​ການ​ຄ້າ ​ແລະ ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້ນຳອົງການ​ອາ​ເປັກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ