ຄົ້ນ​ຫາ​ເຕັກນິກ​ສູງ​ໃໝ່​ໃນ​ກອງ​ປະຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 3
2016-11-16 16:27:07  cri 

ກອງ​ປະຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 3 "​ແສງສະຫວ່າງ​ອິນ​ເຕີ​ເນັດ" ​ໄດ້​ໄຂ​ຂຶ້ນ​ຢູ່​ສູນປະຊຸມ​ແລະ​ວາງສະ​ແດງ​ສາກົນ​ເມືອງ​ອູ​ເຈິ້ນ​ແຂວງ​ເຈີ້​ຈ່ຽງ ສປ ຈີນ​ໃນຕອນ​ບ່າຍ 14 ​ໂມ​ງວັນ​ທີ 15 ພະຈິກ​ນີ້. ​ໂດ​ຍວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ 300 ກວ່າ​ແຫ່ງ​ໄດ້​ວາງສະ​ແດງຜະລິດ​ຕະພັນ​ຫຼ້າ​ສຸດ​ຂອງ​ຕົນ, ​ທີ່​ມີ​ທັງເຕັກນິກ, ຜະລິດ​ຕະພັນ​ແລະ​ຊອຟ​ແວ​ໃໝ່​ຂອງ​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ມີ​ຊື່​ສຽງ​ຫຼື​ວິ​ສາ​ຫະກິດ​ປະດິດ​ສ້າງ​ໃໝ່, ນອກ​ນີ້​ກໍ​ໄດ້​ມີ​ການ​ແນະນຳຜະລິດ​ຕະພັນ​ປະດິດ​ສ້າງ​ໃໝ່​ກ່ຽວ​ກັບ​ຫົວ​ຂໍ້​ເຕັກນິກ, ກາ​ນຄ້າ​ອິນ​ເຕີ​ເນັດ​ແລະ​ອື່ນໆ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ