ຊ່ຽວຊານອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຫາລື​ບັນຫາ​ພະລັງງານ​ໃໝ່​ແລະ​ສິ່ງ​ແວດ​ລ້ອ​ມ
2016-11-17 16:42:09  cri 
ສະມາ​ຄົມ​ວິຊາ​ການ​ແລະ​ການ​ຄົ້ນຄວ້າ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຫຼື GMSARN​ໄດ້​ຈັດ​ກອງ​ປະຊຸມ​ວິຊາ​ການ​ສາກົນ GMSARN​ ຄັ້ງ​ທີ 11 ຢູ່​ເມືອງ​ຄຸນ​ມິ​ງ ​ແຂວງ​ຢຸນນານ ສປ ຈີນ​ໃນ​ວັນ​ທີ 16 ພະຈິກ​ນີ້​ພາຍ​ໃຕ້​ຫົວ​ຂໍ້ "ປະດິດ​ສ້າງ​ພະລັງງານ, ສິ່ງ​ແວດ​ລ້ອມ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຫຼືGMS" ​ໂດຍຜູ້​ເຂົ້າ​ຮ່ວມ​ໄດ້​ແລກປ່ຽນ​ທາງ​ເຕັກນິກ​ແລະ​ຖອດ​ຖອນ​ບົດຮຽນ​​ກ່ຽວ​ກັບ​ການ​ອະນຸລັກ​ຊີວະ​ນານາ​ພັນ,ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ກັບ​ພະລັງງານ, ການ​ບໍລິ​ໂພ​ກ​ແບບ​ຍືນ​ຍົງ​ກັບ​ການ​ຜະລິດ,ການ​ພັດທະນາ​ຂອງວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ, ພະລັງງານ​ໝູນວຽນ,ວັດຖຸ​ເຊື້ອ​ໄຟ​ຊີວະ​ພາບ​ກັບ​ເຕັກນິກ​ທີ່​ສະອາດ,ການ​ຄຸ້ມຄອງ​ຊັບພະຍາກອນ​ນ້ຳ, ສິ່ງ​ປຸກສ້າງ​ສີຂຽວ​ແລະ​ອື່ນໆ.

ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ປະກອບ​ດ້ວຍ​ກຳປູ​ເຈຍ,ຈີນ(​ແຂວງ​ຢຸນນານ​ແລະ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ),ລາວ, ມຽນມາ, ​ໄທ ​ແລະ​ຫວຽດນາມ.ມະຫາວິທະຍາ​ໄລ​ 11 ​ແຫ່ງ​ໃນອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ເຊັ່ນ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ຄຸນ​ມິ​ງຈີນ, ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ອາຊີ (​ໄທ), ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກ​​ໂນ​ໂລ​ຊີ​ຢ້າງ​ກຸ້ງ​ມຽນມາ​ເຫຼົ່າ​ນີ້​ເປັນ​ຕົ້ນ​ໄດ້​ປະກອບ​ເປັນ​ອົງການ GMSARN​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ