ຈັດກອງປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ການ​ຕ່າງປະ​ເທດ​ແລະການ​ປ້ອງ​ກັນ​ປະ​ເທດ​ຈີນ-ມຽນ​ມາ​ຢູ່​ເນ​ປີ​ດໍ
2016-11-26 15:15:03  cri 

ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບການ​ຕ່າງປະ​ເທດ​ແລະ​ການປ້ອງ​ກັນ​ປະ​ເທດຈີນ-ມຽນມາ​ເທື່ອ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພະຈິກ​ນີ້​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນມາ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ຫຼິວ​ເຈິ້ນ​ມິນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ສູ​ເຟິນລິນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ປະສົມ​ຄະນະ​ກຳມະການ​ການ​ທະຫານ​ຈີນ​ແລະ​ທ່ານ​ຄົວ​ທິນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ, ທ່ານ​ທຸນທຸນນອງ ຫົວໜ້າ​ກົມ​ສູ້​ຮົບ​ພິ​ເສດ​ທີ 1 ຂອງ​ກອງທັບປ້ອງ​ກັນຊາ​ດມຽນມາ.

ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ​ເຫັນ​ວ່າ: ຈີນ-ມຽນມາ​ເປັນ​ເພື່ອ​ບ້ານ​ໃກ້​ຄຽງ​ທີ່​ດີ​ແລະ​ມີ​ພູຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ, ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ໄປ​ດ້ວຍ​ດີ ​ແລະ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ບົນ​ຈິດ​ໃຈ​ມິດຕະພາບ​​ໃນ​ຫົວ​ຂໍ້​ຕ່າງໆ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ເຂດ​ຊາຍ​ແດນເປັນ​ຕົ້ນ ການ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ເຂດ​ຊາຍ​ແດນ​ຈີນ-ມຽນມາ,ຈີນ​ໃຫ້ການ​ຊ່ວຍ​ເຫຼືອ​ທີ່​ມີ​ລັກສະນະ​ສ້າງສັນ​ແກ່​ຂະ​ບວນການ​ສັນຕິພາບ​ພາຍ​ໃນ​ປະ​ເທດ​ມຽນມາ, ຮ່ວມ​ກັນ​ຕໍ່ຕ້ານ​ການ​ເຂົ້າ​ອອກ​ເມືອງ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ຊາຍ​ແດນ ​ແລະ​ອື່ນໆ.

ສອງ​ຝ່າຍ​ລ້ວນ​ແຕ່​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ປົກຄອງ​ຄວາມ​ໝັ້ນຄົງ​ຕາມ​ກົດໝາຍ​, ສັນຕິພາບ​ແລະ​ສ​ະຖຽນລະ​ພາບ​ຂອງ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ. ຈີນ​ຊຸກຍູ້​ໃຫ້​ຝ່າຍ​ຕ່າງໆ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ລະງັບ​ສະຖານະ​ການ​ທີ່​ເຄັ່ງ​ຕຶງ​ຢູ່​ເຂດ​ພາກ​ເໜືອ​ມຽນມາ​ໃນ​ປັດຈຸບັນ ​ແລະ​ເຮັດ​ໃຫ້​ເຂດ​ຊາຍ​ແດນ​ຈີນ-ມຽນມາ​ຟື້ນ​ຟູ​ກັບຄືນ​ສູ່​ສະຖຽນ​ລະ​ພາບ​ຄື​ເກົ່າ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ