ກູ​ບາປະ​ກາດ​​ໄວ້​ອາ​ໄລລະດັບ​ຊາດ 9 ວັນ​
2016-11-27 14:40:45  cri 

ຕາມ​ຂ່າວCRI: ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 26 ພະຈິກ​ນີ້, ລັດຖະບານ​ກູ​ບາປະ​ກາດ​ວ່າ​ຈະ​ໄວ້ອາ​ໄລ​ລະດັບ​ຊາດ​ເປັນ​ເວລາ 9 ວັນ, ​ເພື່ອ​ໄວ້ອາ​ໄລ​ຕໍ່​ ​ທ່ານ​ຟີ​ແດນ ກາສ, ຜູ້ນຳ​ການ​ປະຕິບັດ​ກູ​ປາທີ່​ໄດ້​ເຖິງ​ແກ່​ມໍລະ​ນະ​ກຳ.

ໜັງສືພິມ "ກຼາມາ" ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາລາຍ​ງານ​ວ່າ, ລັດຖະບານ​ໄດ້​ປະກາດ​ວ່າ​​ໃນວັນ​ທີ 28, ວັນ​ທີ 29 ພະຈິກ​ນີ້​, ຢູ່​ນະຄອນຫຼວງລາ​ຮາ​ວານ​, ປະຊາຊົນ​ສາມາດ​ໄວ້ອາ​ໄລຕໍ່​ທ່ານ​ຟີ​​ແດນ ກາສ​ໂຕຼຢູ່​ອະນຸສາວະ​ລີ​ໂຈ​ເຊ ມາ​ຕີ​ແລະ​ໃນ​ເວລາ  19 ​ໂມງ​​ຂອງ​ວັນ​ທີ 29 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ລາ​ຮາ​ວານ​ຍັງ​ຈະ​ຈັດງານ​ໂຮມ​ຊຸມນຸມເທື່ອ​ໜຶ່ງ​ເພື່ອ​ສ​ະ​ແດງ​ຄວາມ​​ເຄົາລົບ​ນັບຖືຕໍ່​ທ່ານ​ຟີ​​ແດນ ກາສ​ໂຕຼ.

ຄະນະ​ກຳມະການ​ວຽກ​ງານ​ແຫ່ງ​ລັດ​ກູ​ບາຍັງ​ໄດ້​ປະກາດ​ວ່າ, ນັບ​ແຕ່​ເວລາ 6 ​ໂມງ​​ຂອງ​ວັນ​ທີ 26 ພະຈິກ​ນີ້​ຫາ​ຕອນ​ທ່ຽງ​ວັນ​ທີ 4 ທັນວາ​​ເປັນເວລາ​ໄວ້ອາ​ໄລ​ລະດັບ​ຊາດ​ຂອງ​ກູ​ບາ, ​ໃນ​​ໄລຍະ​ດັ່ງກ່າວ​ນັ້ນຈະ​ງົດ​ກິດຈະກຳ​ສິ​ລະ​ປະ​ແລະ​ການບັນ​ເທີງທຸກ​ປະ​ເພດ​ແລະ​ຊັກ​ທຸງຊາດລົງ​ເຄິ່ງເສົາ.

ທ່ານ​ຟີ​​ແດນ ກາສ​ໂຕຼ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ເວລາ 22 ​ໂມງ 29 ນາທີ​ຕອນ​​ຂອງ​ວັນທີ 25 ພະຈິກ​ນີ້,  ​ລວມອາຍຸ 90 ປີ.

ທ່ານ​ຟີ​​ແດນ ກາສ​ໂຕຼ​ເກີດ​ເມື່ອ​ວັນ​ທີ 13 ​ເດືອນ​ສິງຫາ​ປີ 1926. ​ໃນ​ເດືອນມັງກອນປີ 1959, ທ່ານ​ໄດ້​ນຳພາ​ກອງລຸກ​ຮື​ໂຄນ​ລົ້ມອຳນາດ​ການ​ປົກຄອງ​ຜະ​ເດັດ​ການຂອງ​ທ່ານ​ບາ​ຕີສຕາສ້າງ​ຕັ້ງ​ລັດຖະບານ​​ປະຕິວັດ, ຫຼັງ​ຈາກ​ນັ້ນ, ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ​ຂອງ​ລັດຖະບານແລະ​ຜູ້​ບັນຊາ​ການ​ໃຫຍ່ກອງທັບ​. ​ປີ 1976, ທ່ານຟີ​ແດນ ກາສໂຕຼ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ຄະນະ​ກຳມະການ​ວຽກ​ງານ​ແຫ່ງ​ລັດ. ຫຼັງທ່ານ​ໄດ້​ມອບ​ອຳນາດ​ໃຫ້​ທ່ານ​ຣາ​ອູ​ນ ກາສໂຕຼຍ້ອນ​​ເຈັບ​​​ເປັນ​ເມື່ອ​ປີ 2006 ​ເປັນ​ຕົ້ນ​ມາ, ທ່ານ​ກໍ່​ບໍ່​ຄ່ອຍ​ປາກົດ​ໂຕ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ