ນັກ​ທຸລະ​ກິດຈີນ​ຊ່ວຍຊາວ​ບ້ານທີ່​ປູກ​ຝິ່ນຢູ່​ລາວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ
2016-11-28 17:08:40  cri 

  ຢູ່​​ບ້ານ​ສົບ​ຕຸ​ດເມືອງ​ນ້ຳ​ທາ​ແຂວງ​ຫຼວງ​ນ້ຳ​ທາ ສປປ ລາວມີ​ສວນ​ສາທິດ​ຢາງ​ພາລາ​ແຫ່ງ​ໜຶ່ງ​ເຊິ່ງກ່ອນ​ໜ້າ​ນີ້ 10 ປີປະຊາຊົນ​​​ບ້ານນີ້ປູກ​ຝິ່ນ​ຢ່າງຫຼວງຫຼາຍ, ​ແຕ່​ປັດຈຸບັນ​ເຂົາ​ເຈົ້າມີຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ແລະ​ບ້ານ​ກໍໄດ້​ຮັບ​ການ​ປ່ຽນ​ແປງກ້າວໜ້າຂຶ້ນຫຼັງ​ບໍລິສັດ​ລົງທຶນ​ຢູນຊ້ຽງທີ່​ຂຶ້ນ​ກັບ​ກຸ່ມ​ບໍລິສັດບຸກ​ເບີກ​ກະສິກຳ​ແຂວງ​ຢຸນນານ ສປ ຈີນ​ເຂົ້າ​ມາ​ລົງທຶນ​ແລະ​ສົ່ງ​ເສີມ​ການ​ປູກ​ຢາງ​ພາລາ​ທັງ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ແລະກໍ່​ສ້າງ​​ໂຮງຮຽນ​.

  ພາຍຫຼັງສຸມ​ໃສ່​ການ​ພັດທະນາ​ມາເປັນ​ເວລາ​ຫຼາຍ​ປີ​ໂດຍບໍລິສັດ​ຢູນຊ້ຽງ​ໄດ້​ປູກ​ຕົ້ນ​ຢາງ​ພາລາ 3 ​ແສນ​ກວ່າ​ຕົ້ນ​ຢູ່ 4​ ແຂວງທາງ​ພາກ​ເໜືອ​ລາວ​ຄື: ​ແຂວງ​ຫຼວງ​ນ້ຳ​ທາ, ​ໄຊ​ຍະບູ​ລີ, ບໍ່​ແກ້ວ​ແລະ​ຫຼວງ​ພະ​ບາງ ​ເພື່ອ​ປ່ຽນ​ແທນສວນ​ຝິ່ນ​ໃນ​ເນື້ອ​ທີ່ 6,600 ກວ່າ​ເຮັກຕາ. ສຳລັບ​ບ້ານສົບ​ຕຸ​ດ, ບໍລິສັດໄດ້​ສ້າງ​ປ່າ​​ແລະ​ສວນ​ປູກ​ຢາງ​ພາລາ​ແລ້ວ, ທັງ​ນີ້ິໄດ້ສ້າງ​ໂອກາດ​​ແລະການ​ປະກອບ​ອາຊີບ​ໃຫ້​ແກ່​ຊາວບ້ານ​ຢ່າ​ງຫຼວງຫຼາຍ​​ເປັນ​ຕົ້ນ​ການບົວລະບັດແນວ​ພືດ, ບຸກ​ເບີກ​ດິນ​ນາ, ການ​ປູກຝັງ, ການ​ຄຸ້ມ​ຄອງ​ແລະ​ອື່ນໆ ​ໂດຍ​​ສາມາດ​ຍົກ​ລະດັບ​ລາຍ​ຮັບ​ກໍ​ຄື​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ​​ດີ​ຂຶ້ນຢ່າງ​ຫຼວງຫຼາຍ.

  ທ້າວ ວີ​ບທອງ ວີ​ວັນ​ທອງ ​ຊາວບ້ານ​ສົບ​ຕຸ​ດ​ໂດຍ​ໃນຄອບຄົວຂອງ​ລາວ​ມີ​ສະມາຊິກ 7 ຄົນນັ້ນລ້ວນ​ແຕ່​ເຮັດ​ວຽກ​ຢູ່​ສວນ​ຢາງພາລາ​ສົບ​ຕຸ​ດ​ແລະ​ແຕ່ລະ​ເດືອນຄອບຄົວ​ຂອງ​ລາວ​ມີ​ລາຍ​ຮັບ​ເຖິງ 12 ລ້ານ​ກີບ​ເຊິ່ງຖື​ວ່າບໍ່​ໜ້ອຍ​ສຳລັບ​ຄອບຄົວ​ກະ​ສິກ​ອນ​ລາວ. ​ເມື່ອ​ເລົ່າ​ເຖິງ​ການ​ປ່ຽນ​ແປງ​ຂອງ​ຄອບຄົວ, ລາວ​ກ່າວ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ວ່າ: ກ່ອນ​ໜ້າ​ນີ້​ພວກຕົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່ທຸກ​ຍາກ, ​ເຂົ້າຂາ​ດ​ແລງ​ແກງ​ຂາດ​ໝໍ້ແລະເຮືອນມຸງ​ຫຍ້າ, ​ແຕ່ພາຍຫຼັງ​ບໍລິສັດ​ໄດ້ປຸກເຮືອນ​ໃຫ້ທັງ​ມີ​ໄຟຟ້າ​ແລະ​ນ້ຳບໍລິ​ໂພ​ກທີ່ສະດວກ​ດີ, ຄອບຄົວ​ຕົນ​ຈຶ່ງ​ຄ່ອຍ​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ແລະ​ທີ່​ສຳຄັນ​ຍັງ​ມີ​ເງິນ​ຊື້ລົດຈັກຂີ່​ອີກ​ດ້ວຍ."

  ທ່ານ ວຽງ​ພອນ ​ເຮືອງ​ແພງ​ອ່ອນ ​ເຈົ້າ​​ເມືອງ​ເມືອງ​ນ້ຳ​ທາ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ວ່າ: "​ໄປ​ພ້ອມ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ, ບໍລິສັດ​ຢູນຊ້ຽງຍັງ​ຊ່ວຍ​ເຫຼືອ​ພວກ​ເຮົາ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ເປັນ​ຕົ້ນປຸກເຮືອນ, ໂຮງຮຽນ, ລະບົບ​ນ້ຳປະປາ​ແລະ​ໄຟຟ້າ ທັງ​ຊ່ວຍ​​ຈັດ​ກິດຈະກຳ​ປາບ​ປາມ​ຢາ​ເສບ​ຕິດ​ກໍ​ຄື​ສະໜອງ​ເງິນ​ທຶນ​ໃຫ້​ແກ່​ພວກ​ເຮົາ. ​ດັ່ງ​ນັ້ນ​ຈຶ່ງ​ຢືນຢັນ​ໄດ້​ວ່າ: ບໍລິສັດ​ຢູນຊ້ຽງ​ໄດ້​ຊ່ວຍເຫຼືອພວກ​ເຮົາ​ຢ່າງ​ຫຼວງ​ຫຼາຍ​ແລະ​ຖື​ວ່າ​ເປັນ​ລັດ​ວິ​ສາ​ຫະກິດ​ຈີນ​ທີ່​ມີ​ຄວາມ​ຮັບຜິດຊອບ​ສູງທີ່ສຸດ."

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ