ນັກຮົບ​ເກົ່າຈີນ​ຢ້ຽມຢາມ​ລາວ
2016-11-28 11:15:44  cri 
    ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ນັກ​ຮົບ​ເກົ່າ​ແຫ່ງ​ຊາດ​ລາວ, ນັກຮົບ​ເກົ່າ 39 ທ່ານ​ຈາກ 10 ​ແຂວງ​ຂອງ​ຈີນ​ທີ່​ເຄີຍ​ເຂົ້າຮ່ວມ​ການ​ຕໍ່ຕ້ານ​ອາ​ເມ​ລິ​ກາຢູ່ລາວ​ນັ້ນ ​ໄດ້​ເດີນທາງຢ້ຽມຢາມລາວຜ່ານດ່ານບໍ່ເຕັນຂອງຈີນໃນວັນທີ 14 ພະຈິກນີ້.

    ນັບ​​ແຕ່​ວັນ​ທີ 15 ພະຈິກ​ນີ້​ເປັນຕົ້ນມາ, ຄະນະ​ຜູ້​ແທນນັກຮົບ​ເກົ່າ​ຈີນ​​ໄດ້​ໄປ​ຄຳນັບ​ບູຊາ​ຜູ້​ເສຍສະຫຼະຢູ່​ສຸສານ​ປະຕິວັດ​ຈີນ​ຢູ່​ເມືອງຫຼ້າ​ແຂວງ​ຢູນນານ ​ແລະ​​ສຸສານ​ຢູ່ເມືອງນາ​ໝໍ້ແຂວງ​ອຸດົມ​ໄຊ. ນອກ​ນີ້ ຍັງ​ໄດ້​ຢ້ຽມຢາມ, ທັດສະນະ​ສຶກສາ ​ແລະ​​ແລກປ່ຽນບົດຮຽນ​ຢູ່​​ແຂວງຫຼວງນ້ຳ​ທາ, ​ແຂວງ​ອຸດົມ​ໄຊ, ​ແຂວງຫຼວງພະ​ບາງ ​ແລະ​​ແຫ່ງ​ອື່ນໆ.

    ທ່ານ ລູ​ເຈີ່ນ​ກຸ້ຍ ຫົວໜ້າ​ຄະນະ​ຜູ້​ແທນນັກຮົບ​ເກົ່າ​ຈີນ​ກ່າວ​ວ່າ, ​ການ​ຢ້ຽມຢາມ​ລາວເທື່ອ​ນີ້​ໄດ້​ເດີນທາງ​ໄປ​ໄວ້ອາ​ໄລ​ເພື່ອນ​ນັກຮົບ​ທີ່​ເສຍສະຫຼະ​ແລະ​ຫວນ​ຄືນອະດີດ​ໃນ​​ໄວ​ໜຸ່ມ ຢູ່ສະຖານ​ທີ່​ຮ່ວມ​ສູ້​ຮົບ​ເກົ່າ ທັງ​ນີ້​ກໍ​ເພື່ອ​ຊຸກຍູ້​ສາຍ​ພົວພັວມິດຕະພາບ​ແລະ​ການ​ຮ່ວມ​ມື​ຈີນ-​ລາວ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງດ້ວຍ​ການ​ກະທຳ​ຕົວ​ຈິງ. ຫວັງ​ວ່າ ​ກິດຈະກຳ​ເທື່ອນີ້ ຈະ​ກາຍ​ເປັນ​ຂອງຂວັນ​ໃຫ້​ແກ່​ວັນ​ຄົບຮອບ 55 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ການ​ທູດ​ຈີນ-​ລາວ, ​ເພີ່ມ​ສີສັນ​ໃຫ້​ແກ່​ມິດຕະພາບ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ ​ແລະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ການ​ປະຕິບັດ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ