ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃຫ້​ກຽດ​ຕ້ອນຮັບທ່ານ​ທອງ​ລຸນ ສີ​ສຸ​ລິດ
2016-11-29 16:16:46  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ ຈ່າງ​ເຕີ​ຈ່ຽງ ປະທານ​ສະພາ​ປະຊາຊົນ​ແ​ຫ່ງຊາດ​ຈີນ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ສປປ ລາວ​ຢູ່​ຫໍ​ສະພາ​ປະຊາຊົນ​ຈີນ.

    ໂອກາດ​ນີ້, ທ່ານ​ ຈ່າງ​ເຕີ​ຈ່ຽງ ກ່າວ​ວ່າ, ຫຼາຍປີ​ຜ່ານມາ, ສາຍ​ພົວພັນ​ຈີນ-​ລາວ ​ໄດ້​ຂະ​ຫຍາ​ຍສູ່​ລວງ​ເລິກ​ແລະສູງຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໂດຍ​ສະ​ເພາະ​ປີ​ນີ້ ​ເປັນ​ປີຄົບຮອບ 55 ​ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ການ​ທູດ​ສອງ​ປະ​ເທດ ​ແລະ​ທ່ານ​ປະທານ ສີ​ຈິ້ນຜິ​ງ ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ ບຸນ​ຍັງ ວໍລະ​ຈິດ ສອງ​ເທື່ອ ​ໂດຍ​ໄດ້​ກ້າວ​ໄປ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃໝ່​ແລະ​ສຳຄັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-​ລາວ. ຂະນະ​ດຽວ​ກັນ, ສອງ​ປະ​ເທດ​ໄດ້​ຕັ້ງໜ້າ​ດຳ​ເນີນ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ການ​ຮ່ວມ​ມື​ການ​ລົງທຶນ​ດ້ານ​ຄວາມ​ສາມາດ​ການ​ຜະລິດ, ທັງ​ໄດ້​ປະສານ​ສົມທົບ​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ສາກົນ​ກໍ​ຄື​ພາກ​ພື້ນ, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໄດ້​​ເຈືອ​ຈານ​ເຂົ້າ​ໃນຈິດ​ໃຈປະຊາຊົນ​ສອງ​ປະ​ເທດຫຼາຍກວ່າ​ເກົ່າ. ​ແນວ​ໃດ​ກໍ​ດີ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໃຫ້​ຄວາມ​ສຳຄັນ​ຕໍ່​ກາ​ນຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ກັບ​ສະພາ​ແຫ່ງ​ຊາດ​ລາວ, ທັງຍິນ​ດີ​ຮ່ວມ​ກັບ​ລາວ​ສືບ​ຕໍ່​ຮັກສາ​ການພົວພັນ​ສູ່ກັນ​​ໃຫ້​ແໜ້ນ​ແຟ້ນ​ໃນ​ຫຼາຍລະດັບ, ຈັດຕັ້ງປະຕິບັດ​ຂໍ້​ຕົກລົງ​ທີ່​ສຳຄັນ​ຂອງ​ປະມຸກ​ລັດ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນການ​ບໍລິຫານ​ປະ​ເທດ​ແລະ​ສ້າງ​ກົດໝາຍ, ຊຸກຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ, ລົງ​ເລິກ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​​ເສີມຂະຫຍາຍ​ສາຍພົວພັນ​ຈີນ-​ລາວ​ໃຫ້ຫຼາຍກວ່າ​ເກົ່າ.

    ທ່ານ ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ, ​ລາວ​ຍິນ​ດີ​ພະຍາຍາມຮ່ວມ​ກັບ​ຈີນ, ຈັດຕັ້ງປະຕິບັດ​ຂໍ້​ຕົກລົງ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​​ແທດ​ເໝາະ​ກັບ​ຕົວ​ຈິງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ອົງການ​ນິຕິບັນ​ຍັດ​ ​ແລະ​ຊຸກຍູ້​ການ​​ເສີມຂະຫຍາຍ​ສາຍ​ພົວພັນຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ