ສະມາຄົມບານເຕະເບຣຊິນງົດ​ການ​ແຂ່ງຂັນ​ຊົ່ວຄາວ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ
2016-11-30 16:48:49  cri 

  ວັນ​ທີ 29 ພະຈິກ​ນີ້, ສະມາຄົມບານເຕະເບຣຊິນ​ໄດ້ປະກາດ​ໄວ້ອາ​ໄລສະມາຊິກ​ສະ​ໂມ​ສອນ​ບານ​ເຕະຊາ​ເປ​ໂຄ​ອັນ​ເຊ AF ​ລີກ​ 1 ​ເບຣຊິນທີ່​ເສຍ​ຊີວິດ​ໃນອຸບັດ​ເຫດ​ຍົນ​ໂດຍສານຕົກຢູ່​ສະໜາມ​ບິນ​ສາກົນ​ເມ​ເດ​ລິນ​ເປັນ​ເວລາ 7 ວັນ​. ຈາກ​ນີ້, ການແຂ່ງຂັນ​ບານເຕະທັງ​ລີກ​ 1 ​ແລະ U20 ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ນີ້​ຈະ​ເລື່ອນ​ໄປ​ຈັດ​ໃນ​ອາທິດ​ຕໍ່ໜ້າ. ຂະນະ​ທີ່​ມື້ດຽວ​ກັນ, ທ່ານ​ມິ​ເຊີ ​ເທີ​ເມ​ ປະທານາທິບໍດີ​ປະ​ເທດ​ດ່ັງກ່າວ​ໄດ້​​ປະກາດການໄວ້ອາ​ໄລເປັນ​ເວລາ 3 ວັນ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ