​ຜູ້ນຳ​ຈີນ​ສົ່ງໂທລະ​ເລກ​ອວຍພອນ​ວັນຊາດ​ ສປປ ລາວ​ຄົບຮອບ 41 ປີ
2016-12-02 09:13:40  cri 

  ​ເຖິງສະຫາຍ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ​ແຫ່ງ​ ສປປ ລາວ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ສປປ ລາວ ​ແລະ​ສະຫາຍ ປານີ​ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດລາວທີ່​ນະຄອນຫຼວງ​ວຽງ​ຈັນ:

    ​ເນື່ອງ​ໃນ​ໂອກາດ​ວັນ​ຊາດສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວວັນທີ 2 ທັນວາ​ຄົບຮອບ 41 ປີ, ພວກ​ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ພັກ​ກອມ​ມູນິດ​ຈີນ, ລັດຖະບານ​ຈີນ, ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ແລະ​ປະຊາຊົນ​ຈີນ​ສົ່ງ​ຄຳ​ອວຍພອນມາ​ຍັງ​ບັນດາ​ສະຫາຍ​ແລະ​ຜ່ານ​ ​ບັນດາ​ສະຫາຍ​ໄປ​ຍັງ​ພັກ​ປະຊາຊົນ​ປະຕິວັດ​ລາວ,ລັດຖະບານ​ລາວ​ແລະ​ປະຊາຊົນອ້າຍ​ນ້ອງ​ລາວ.

    ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນວ່າໜຶ່ງ​ປີຜ່ານມາ, ລາວ​​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ, ​ຜົນສຳເລັດໃນການ​ມອບ​-ຮັບ​ໜ້າ​ທີ່ຂອງ​ລັດຖະບານ​ແລະ​ສະພາ​ແຫ່ງ​ຊາດ​ຊຸດ​ເກົ່າ​ແລະ​ຊຸດ​ໃໝ່ ​ແລະ​ປະສົບ​ຜົນ​ສຳ​ເລັດ​ໃນ​ການ​ປະຕິບັດ​ໜ້າ​ທີ່​ເປັນ​ປະທານ​ໝູນວຽນ​ອາ​ຊຽນ ທັງ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ທີ່​ໜ້າພາກພູມ​ໃຈ​​ໃນ​ພາລະກິດປ່ຽນ​ແປງ​ໃໝ່. ​ປັດຈຸບັນ, ສປປ ລາວມີລະບົບການ​ເມືອງໝັ້ນ​ທ່ຽງ, ສັງຄົມ​ສາມັກຄີ​ປອງ​ດອງ,​ເສດຖະກິດ​ມີ​ການ​ພັດທະນາ ​ແລະ​ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເລື້ອຍໆ. ຈາກ​ນີ້ ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາ​ວທີ່​ມີ​ສະຫາຍ ບຸນ​ຍັງ​ວໍລະ​ຈິດ​ເປັນ​ເລຂາທິການ​ໃຫຍ່, ປະຊາຊົນ​ລາວ​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ສູ້​ຊົນ​ຕາມ​ທີ່​ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ຕັ້ງ​ໄວ້ ​ແລະ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ຍິ່ງ​ຂຶ້ນ​ໃນ​ພາລະກິດ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​​ໃຫ້ຫັນ​ເປັນ​ທັນ​ສະ​ໄໝ.

    ປີ​ນີ້​ເປັນ​ປີ​ຄົບຮອບ 55 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງຈີນ-ລາວ. ສອງ​ຝ່າຍໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ຢ່າງ​ໃກ້ຊິດ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ຕັ້ງໜ້າ​ປະຕິບັດ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ຮ່ວມ​ມື​ໃນ​ການ​ລົງທຶນ​ເພື່ອ​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະລິດ ທັງ​ລົງ​ເລິກ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ຊຸກຍູ້​ສາຍ​ພົວພັນ​​ຮ່ວມ​ມື​ແລະມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງຈີນ-ລາວ​ໃຫ້​ພັດທະນາ​ຢ່າງ​ໃຫຍ່​ຫຼວງ. ຈີນ​ຍິນ​ດີຮ່ວມ​ກັບ​ລາວ​ພະຍາຍາມ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ລາວ​ໃຫ້​ສືບ​ຕໍ່​ຂະຫຍາຍຕົວ ​ແລະ​ພ້ອມ​ກັນ​ກໍ່ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ​ຈີນ-ລາວ​ທີ່​ບໍ່​ສາມາດ​ຕັດແຍກອອກ​ຈາກ​ກັນ​ໄດ້ບົນ​ພື້ນຖານ​ທີ່​ດີ​ໃນ​ປັດຈຸບັນ.

    ຂໍ​ອວຍພອນ​ໃຫ້​ ສາທາລະນະ​ລັດ​ປະຊາ​ຕິ​ປະ​ໄຕ​ປະຊາຊົນ​ລາວຈະ​ເລີ​ນ​​ເຂັ້ມ​ແຂງ ​ແລະ​ປະຊາຊົນ​ຜາ​ສຸກ!
    ອວຍພອນ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ລາວ​ໝັ້ນຄົງ​ແລະ​ຂະຫຍາຍ​ຕົວ​​ຢ່າງ​ບໍ່​ຢຸດ​ຢັ້ງ!

                    ຈາກ​ ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ ສປ ຈີນ
                                                        ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນ
                                          ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານສະພາ​ປະຊາຊົນ​ແຫ່ງ​ຊາດ​ ສປ ຈີນ
                                                     ວັນ​ທີ 2 ທັນວາ 2016 ທີ່​ນະຄອນຫຼວງ​ປັກ​ກິ່ງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ