ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງທ່ານ​ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສປປ ລາວ​ໃນ​ໂອກາດ​ວັນຊາດ ສປປ ລາວ​ຄົບຮອບ 41 ປີ
2016-12-02 09:15:52  cri 

  ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງທ່ານ​ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສປປ ລາວ​ໃນ​ໂອກາດ​ວັນຊາດ ສປປ ລາວ​ຄົບຮອບ 41 ປີ

  ​​ເນື່ອງ​ໃນ​ໂອກາດ​ວັນຊາດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວຄົບຮອບ 41 ປີ, ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ອວຍພອນອັນອົບ​ອຸ່ນ​ທີ່​ສຸດ​ມາ​ຍັງ​ທ່ານ.

  ປີ​ນີ້​ເປັນ​ປີ​ຄົບຮອບ 55 ປີ​​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ-ລາວ, ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ​ຈີນ-ລາວ​ໄດ້​ຂະຫຍາຍຕົວ​ລົງ​ສູ່​ລວງ​ເລິກ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ໄປມາຫາສູ່​ກັນ​ຢ່າງ​ໃກ້ຊິດ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ມີ​ໝາກຜົນ​ພົ້ນ​ເດັ່ນ, ສອງ​ປະ​ເທດ​ໄດ້​ຮັກສາ​ການ​ປະສານ​ສົມທົບ​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ. ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ, ປະຕິບັດ​ຕາມ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ, ​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂະຫຍາຍຕົວ​ລົງ​ສູ່​ລວງ​​ເລິກ.

  ຂໍ​ອວຍພອນ​ໃຫ້​ ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ຈະ​ເລີ​ນ​ເຂັ້ມ​ແຂງ, ​ແລະ​ປະຊາຊົນ​ຜາ​ສຸກ!
  ອວຍພອນ​ໃຫ້​ການຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດໜັກ​ແໜ້ນ​ເຂັ້ມ​ແຂງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ!

                                            ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ
                                                  ວັນ​ທີ 2 ທັນວາ 2016 ທີ່​ນະຄອນຫຼວງ​ປັກ​ກິ່ງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ