ທ່ານ​ສີ​ຈິ້ນ​ຜີ​ງສົ່ງ​ຈົດໝາຍ​ອວຍ​ພອນ​ການ​ໄຂ "ກອງ​ປະຊຸມ​ສຳ​ມະ​ນາສາກົນ​ລະນຶກການ​ຮັບຮອງ 'ຖະ​ແຫຼ​ງການສິດ​ພັດທະນາ' ຄົບຮອບ 30ປີ"
2016-12-04 15:36:18  cri 
ວັນ​ທີ 4 ທັນວາ​ນີ້, "ກອງ​ປະຊຸມ​ສຳ​ມະ​ນາສາກົນ​ລະນຶກການຮັບຮອງ 'ຖະ​ແຫຼ​ງການສິດ​ພັດທະນາ' ຄົບຮອບ 30ປີ" ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ. ທ່ານສີຈິ້ນຜີງ ປະທານປະເທດຈີນໄດ້ສົ່ງຈົດໝາຍອວຍພອນ,ໂດຍເນັ້ນວ່າການພັດທະນາແມ່ນຫົວຂໍ້ຕະຫຼອດ​ ​ຂອງ​ສັງຄົມ​ມະນຸດ, ຫວັງ​ວ່າ​ປະຊາ​ຄົມ​ໂລກ​ຈົ່ງ​ຖື​ຂະ​ບວນການ​ພັດທະນາ​ແບບ​ຍືງຍົນ​ປີ 2030 ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ຈຸດ​ເລີ່​ມຕົ້ນ​​ໃໝ່, ບັນລຸ​ໃຫ້​ປະ​ເທ​ດຕ່າງໆ​ພັດທະນາ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜີ​ງຊີ້​ໃຫ້​ເຫັນ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ຈີນ​ຍຶດໝັ້ນ​ແນວ​ຄິດ​ພັດທະນາ​ທີ່​ຖື​ປະຊາຊົນ​ເປັນ​ໃຈກາງ, ຖື​ການ​ເພີ່ມ​ທະວີ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ຮັບປະກັນ​ໃຫ້​ປະຊາຊົນ​ເປັນ​ເຈົ້າບ້ານ​ຄອງ​ເມືອງ, ​ແລະຊຸກຍູ້​ການ​ພັດທະນາ​ຮອບດ້ານ​ຂອງ​ມະນຸດ​ເປັນ​ຈຸດ​ເລີ່​ມຕົ້ນ​ແລະ​ຈຸດ​ໝ!ຍປາຍທາງ​ຂອງ​ການ​ພັດທະນາ, ​​ໂດຍໄດ້​ຮັບປະກັນ​ສິດ​ພັດທະນາ​ຂອງ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ, ​ແລະ​ໄດ້​​ເດີ​ນຕາມ​ເສັ້ນທາງ​ພັດທະນາ​ສິດທິ​ມະນຸດ​ທີ່ມີ​ສີ​ສັນ​ຂອງ​ຈີນ. ຂະນະ​ດຽວ​ກັນຈີນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປັບປຸງ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ, ອອກ​ແຮງ​ຊຸກຍູ້​ການ​ພັດທະນາ​ແບບ​ກວມ​ລວມ, ພະຍາຍາມ​ສ້າງ​ເງື່ອນ​ໄຂ​ແລະ​ໂອກາດ​​​ໃນ​ການ​ແບ່ງບັນ​ໝາກຜົນ​ພັດທະນາ​ໃຫ້​ແກ່​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ.

ກອງ​ປະຊຸມ​ສຳ​ມະ​ນາ​ເທື່ອ​ນີ້​ຈັດ​ຂຶ້ນ​ໂດຍ​ຫ້ອງການ​ຖະ​ແຫຼ​ງຂ່າວລັດຖະບານ​ຈີນ​ແລະ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​, ​ເຈົ້າ​ໜ້າ​ທີ່ລັດຖະບານ​ແລະນັກວິຊາການ​ 150 ກວ່າ​ທ່ານ​ທີ່​ມາ​ຈາກ 40 ກວ່າ​ປະ​ເທດ, ​ເຂດ​​ແຄວ້ນ​ແລະ​ອົງກາ​ນຈັດ​ຕັ້ງ​ສາກົນ​ໄດ້​ເຂົ້າ​ຮ່ວມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ