ນາຍົກ​ອີ​ຕາ​ລີ​ປະກາດ​​ລາ​ອອກ​ຈາກ​ຕຳ​ແໜ່​ງຫຼັງ​ບໍ່​ຜ່ານ​ປະຊາ​ມະຕິ​ດັດ​ແກ້​ລັດຖະທຳ​ມະນູນ
2016-12-05 16:06:33  cri 
ຕາມ​ຂ່າວ CRI: ວັນ​ທີ 4 ທັນວາ​ນີ້, ອີ​ຕາ​ລີ​ໄດ້​ລົງ​ປະຊາ​ມະຕິດັດ​ແກ້​ລັດຖະທຳ​ມະນູນ, ​ໂດຍຜົນ​ເບື້ອງ​ຕົ້ນ​ທີ່​ປະກາດ​ໃນ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ 5 ທັນວາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ລົງ​ປະຊາ​ມະຕິ​ເທື່ອ​ນີ້​ມີ​ບັດ​ຄັດຄ້ານ​ຫຼາຍ​ກວ່າ​​ເຫັນ​ດີ​, ​ແລະ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າການ​ດັດ​ແກ້​ລັດຖະທຳ​ມະນູນ​ຖືກ​ປະຕິ​ເສດ​ຢ່າງ​ແນ່ນອນ, ຈາກ​ນີ້​ໃນວັນ​ທີ 5 ​ເດືອນ​ດຽວ​ກັນ, ທ່ານ​ລອນ​ຊີ ນາຍົກລັດຖະມົນຕີກໍປະກາດ​​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ການ​ລົງ​ປະຊາ​ມະຕິ​​ດັດ​ແກ້​ລັດຖະທຳ​ມະນູນ​ຂອງ​ອີ​ຕາ​ລີ​ເທື່ອ​ນີ້​ຕົ້ນຕໍ​ຈະ​ກ່ຽວ​ພັນ​ເຖິງ​ການ​ປະຕິ​ຮູບ​ລະບອບ​ການ​ເມືອງ, ລວມທັງ​ຫຼຸດອຳນາດຂອງ​ສະພາ​ສູງ, ໝາຍ​ຄວາມ​ວ່າ​ເປັນ​ການ​ຫຼຸດ​ຈຳນວນ​ບ່ອນ​ນັ່ງ​ຂອງ​ສະພາ​ສູງ, ຍົກ​ເລີກ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ສູງ​ທົ່ວ​​ໄປ​, ນຳ​ເອົາ​ສິດ​ຕັດສິນ​ຂອງ​ອົງການ​ປົກຄອງ​ກັບ​ຄືນ​ສູ່ລັດຖະບານສູນ​ກາງ​ແລະ​ອື່ນໆ. ທັງ​ນີ້​ໃນບັດ​ລົງ​ປະຊາ​ມະຕິ​ໄດ້​ລະບຸ​ວ່າ: ທ່ານ​ເຫັນ​ດີ​​ຫຼຸດ​ຄວາມ​ດຸ່ນ​ດ່ຽງ​ຂອງ​ສອງ​ສະພາ, ຫຼຸດ​ຈຳນວນ​ສະມາຊິກ​ສະພາ, ຫຼຸດ​ລາຍ​ຈ່າຍ​ຂອງ​ສະພາ, ການ​ດັດ​ແກ້​ມາດຕາ​ທີ 5 ​ໃນ​ພາກ​ທີ 2 ຂອງ​ລັດຖະທຳ​ມະ​ນູນ​ແລະ​ອື່ນໆ​ຫຼື​ບໍ່?
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ