ດ່ານ​ພາສີ​ທຽນ​ສິນ​ນຳ​ເຂົ້າໝາກ​ໄມ້​ຈາກ​ຟີ​ລິບ​ປີນ​ເພີ່ມ​ຂຶ້ນ
2016-12-05 16:11:34  cri 
ພະ​ແນ​ກກວດ​ກາ​ຄຸນ​ນະພາ​ບ​ແລະ​ກວດກາພະຍາດ​ທຽນສິງ​ແຈ້ງ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ໝາກ​ໄມ້ຂອງ​ຟີ​ລິບ​ປີນ​​ໄດ້​ນຳ​ເຂົ້າ​ຕະຫຼາດ​ຈີນ​ໂດຍ​ຜ່ານ​ດ່ານ​ພາສີ​ທຽນສິນ​ເລີ່​ມ​ເພີ່ມ​ຂຶ້ນ.

ທ້າຍ​ເດືອນ​ຕຸລາຜ່ານ​ມາ, ກົມ​ໃຫຍ່​ກວດກາ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ໄດ້​ອອກ "ປະກາດ​ແຈ້ງ​ການ​ຟື້ນ​ຟູ​ແລະ​ອະນຸມັດ​ການ​ນຳ​ເຂົ້າໝາກ​ໄມ້​ຂອງ​ວິ​ສາ​ຫະກິດ​ຟີ​ລິບ​ປີນ​ 28 ​ແຫ່ງ.

​ຫຼັງ​ການ​ປະ​ເມີນ​, ຈີນ​​ເຫັນ​ວ່າ​ວິ​ສາ​ຫະກິດ​ຜະລິດ​ໝາກກ້ວຍ​ຫອມ 18 ​ແຫ່ງ​ແລະ​ວິ​ສາ​ຫະກິດຂາຍ​ໝາກ​ນັດ 2 ​ແຫ່ງ​ຂອງ​ຟີ​ລິບ​ປີນປະຕິບັດ​ຖືກຕ້ອງ​ຕາມ​ມາດຕະຖານ​ການ​ກວດກາ​ພະຍາດ​ຂອງ​ຈີນ, ຂະນະ​ດຽວ​ກັນ​ກໍ​ໄດ້​ອະນຸມັດ​ວິ​ສາ​ຫະກິດ​ຂາຍໝາກ​ນັດ 1 ​ແຫ່ງ​ແລະ​ວິ​ສາ​ຫະກິດຂາຍ​ໝາກ​ມ່ວງ 7 ​ແຫ່ງ​ສົ່ງ​ອອກ​ໝາກ​ໄມ້​ມາ​ຈີນ. ພາຍຫຼັງ​ຟື້ນ​ຟູ​ໃຫ້​ຟີ​ລິບ​ປີນ​ສົ່ງ​ອອກ​ໝາກ​ໄມ້ມາ​ຈີນ​ແລ້ວ​, ປະລິມານ​ໝາກ​ໄມ້​​ໄດ້​ນຳ​​ເຂົ້າ​ຕະຫຼາດ​ຈີນ​ຜ່ານ​ດ່ານ​ພາສີ​ທຽນ​ສິນ​ໄດ້​ເພີ່ມ​ຂຶ້ນ, ​ແລະ​ກໍຄາດ​ວ່າ​ຈະ​​ເພີ່ມ​ຂຶ້ນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ