ນັກ​ເຕັ້ນ​ລາວ​​ໄດ້​ຮັບ​ການ​ຍົກ​ລະດັບ​ຢູ່​ຈີນ
2016-12-05 16:26:09  cri 
    ຕາມ​ຂ່າວສານ​ຈີນ: ພິທີ​ເລີ່​ມ​ການ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ລະຫວ່າງ​ຄະນະ​ເຕັ້ນ "ຟັງ​ແມ່​ຂອງ"​ ສປປ ລາວ​ແລະ​ສະ​ຖາ​ບັນ​ລະຄອນ​ແຂວງ​ຊ່ານ​ຊີ່ ສປ ຈີນ ​ໄດ້​ຈັດ​ຂຶ້ນຢູ່​ເມື​ອງ​ໄທ້​ຢວນ​, ​ເທສະບານ​ແຂວງ​ຊ່ານ​ຊີ່​ໃນ​ວັນ​ທີ 2 ທັນວາ​ນີ້ ​ໂດຍນັກ​ເຕັ້ນຂອງ​ລາວ 50 ຄົນ​ຈະ​ເຂົ້າຮ່ວມ​​ອົບຮົມ​ຢູ່​ຈີນ​ເປັນ​ເວລາ 45 ມື້​ ​ເຊິ່ງຈະ​ເປັນ​ການ​ເພີ່ມ​ສີສັນ​ໃໝ່​ໃຫ້​ແກ່​ການທ່ອງທ່ຽວ​ວັດທະນະທຳ​ຂອງ​​ແຂວງ​ດັ່ງກ່າວ.

    ການ​ຮ່ວມ​ມື​​ເທື່ອ​ນີ້ ຈັດ​ຂຶ້ນ​ໂດຍ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ບໍລິສັດ​ແມ່​ນ້ຳຂອງ​ສາກົນ​ຈີນ​ຈຳກັດ ​ແລະ​ຜ່ານ​ຈາກ​ການ​ປຶກສາ​ຫາລື​ລະຫວ່າງ​ສະ​ຖາ​ບັນ​ອາຊີບ​ລະຄອນ​ແຂວງ​ຊ່ານ​ຊີ່​ກັບ​ບໍລິສັດ​ດັ່ງກ່າວ ​ຈຶ່ງ​ຕົກລົງ​ອົບຮົມ​ນັກ​ເຕັ້ນ​ຂອງ​ລາວ 50 ຄົນ​ທີ່​ບໍລິສັດ​ດັ່ງກ່າວ​ຄັດ​ເລືອກ​ນັ້ນຢູ່​ສະ​ຖາ​ບັນດັ່ງກ່າວ​ນັບ​ແຕ່​ວັນ​ທີ 1 ທັນວາ 2016 ຮອດ​ວັນ​ທີ 15 ມັງກອນ​ປີ 2017.

    ການ​ອົບຮົມ​ເທື່ອ​ນີ້ ໄດ້​ຮັບ​ການ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອຢ່າງ​ແຂງ​ແຮງ​ຈາກ​ສະຖານທູດ​ຈີນ​ປະຈຳ​ລາວ, ສູນວັດທະນະທຳ​ຈີນ​ຂອງ​ກະຊວງ​ວັດທະນະທຳ​ຈີນ​ປະຈຳ​ລາວ, ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ລາວ, ພະ​ແນ​ກວັດທະນະທຳ​ແຂວງ​ຊ່ານ​ຊີ່ ​ແລະພະ​ແນ​ກສຶກສາ​ທິການ​ແຂວງ​ຊ່ານ​ຊີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ