ຢູ່ເມືອງອູ້ຢວນແຂວງຈ່ຽງຊີ ສປ ຈີນມີຕົ້ນກາລະບູນທີ່ມີອາຍຸ 300 ປີແລະມີເສັ້ນຜ່າສູນກາງກວ່າ 3 ແມັດ. ແນວໃດກໍດີເນື່ອງຈາກຖືກຟ້າຜ່າແລະໄໝ້ຈຶ່ງເຮັດໃຫ້ຕົ້ນໄມ້ຕົ້ນນີ້ເຫຼືອພຽງແຕ່ເປືອກ 2 ປ່ຽງເທົ່ານັ້ນ, ແຕ່ມັນຍັງບໍ່ຕາຍ, ຈາກນີ້ ຊາວບ້ານຈຶ່ງເອີ້ນວ່າ "ຕົ້ນໄມ້ທີ່ຄົງໝັ້ນ". ປັດຈຸບັນ, ອົງການປົກຄອງເມືອງອູ້ຢວນໄດ້ຈັດຕົ້ນໄມ້ຕົ້ນນີ້ເຂົ້າໃນໂຄງການອະນຸລັກຕົ້ນໄມ້ອັນລ້ຳຄ່າທັງໄດ້ຕິດປ້າຍເພື່ອປົກປັກຮັກສາໃຫ້ດີ.