ທ່ານຄິມ ຊາລິດ, ລັດຖະມົນຕີຮັກສາການກະຊວງສິລະປະວັດທະນະທຳກຳປູເຈຍກ່າວວ່າ,ປະຊາຊົນກຳປູເຈຍມັກເບິ່ງຮູບເງົາຈີນ,ຍ້ອນວ່າຈີນແລະກຳປູເຈຍມີມິດຕະພາບອັນເປັນມູນເຊື້ອທຸກເຊັ່ນຄົນ,ວັດທະນະທຳເຊື່ອມໂຍງກັນ,ຮີດຄອງປະເພນີຄ້າຍຄືກັນ,ປະຊາຊົນສະໜິດສະໜົມກັນ,ວັດທະນະທຳດີເດັ່ນຂອງຈີນສາມາດລົງເລິກເຂົ້າສູ່ຈິດໃຈຂອງປະຊາຊົນກຳປູເຈຍດ້ວຍຮູບເງົາ.
ທ່ານອານຊຽວອີກ່າວວ່າ,ຮູບເງົາສາມາດສ່ອງແສງເຖິງຜົນງານວັດທະນະທຳຂອງປະເທດໜຶ່ງເປັນຢ່າງດີ. ຫົວຄິດປະດິດສ້າງທີ່ດີຂອງກິດຈະກຳ"ສາຍຮູບເງົາດີເດັ່ນຂອງຈີນແລະກຳປູເຈຍ"ກໍແມ່ນໄດ້ຈັດເອົາຮູບເງົາທີ່ດີເດັ່ນຂອງສອງປະເທດຈີນແລະກຳປູເຈຍໄປສາຍໃຫ້ຜູ້ຊົມກຳປູເຈຍຢູ່ຂັ້ນຮາກຖານ.ນີ້ຈະເປັນກິດຈະກຳສາຍຮູບເງົາທີ່ອັດສະຈັນ, ກໍ່ເປັນການແລກປ່ຽນຄວາມຮັກແພງກັນລະຫວ່າງປະຊາຊົນສອງຊາດຈີນກັບກຳປູເຈຍ.