ເສດຖະກິດແຂວງອຸດົມໄຊຂະຫຍາຍຕົວ​ຫຼັງ​ຈີນ​ເຂົ້າ​ໄປ​ລົງທຶນ
2016-12-12 11:34:52  cri 

  ໃນ​ໂອກາດໃຫ້ສຳພາດຕໍ່ນັກຂ່າວກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ ອ່ອນແກ້ວ ອິນອາລິມ ຫົວໜ້າພະແນກແຜນການແລະການລົງທຶນແຂວງອຸດົມໄຊກ່າວວ່າ, ການທີ່​ຈີນລົງທຶນຢູ່​ແຂວງ​ຕົນນັບມື້ນັບເພີ່ມຂຶ້ນນັ້ນ ໄດ້ຊຸກຍູ້ເສດຖະກິດສັງຄົມພັດທະນາຢ່າງວ່ອງໄວ.

  ທ່ານ ອ່ອນແກ້ວ ກ່າວວ່າ, ປັດຈຸບັນ, ຈີນໄດ້ລົງທຶນ 58 ໂຄງການ​ໂດຍ​ມີມຸນຄ່າການລົງທຶນປະມານ 170 ລ້ານໂດລາ. ໃນສ່ວນ​ຂອງ​ຂະ​ແໜງ​ການກະສິກຳ,ຈີນໄດ້ຊ່ວຍສ້າງສວນສາທິດການຮ່ວມມືແລະການບໍລິການເຕັກນິກກະສິກຳຈີນ-ລາວ,ສວນສາທິດທົດລອງເຕັກນິກກະສິກຳຈີນ-ລາວ ເພື່ອຊ່ວຍເຫຼືອປະຊາຊົນທ້ອງຖິ່ນປູກພືດທົດແທນ, ທັງ​ໄດ້ຊ່ວຍສ້າງໂຮງງານຜະລິດຫົວອາຫານ ເຊິ່ງສາມາດຊຸກຍູ້ການພັດທະນາຂອງກະສິກຳທ້ອງຖິ່ນ; ໃນດ້ານຄົມມະນາຄົມ, ທາງຫຼວງທີ່ຈີນຊ່ວຍກໍ່ສ້າງນັ້ນໄດ້ປັບປຸງຕາໜ່າງທາງຫຼວງຂອງແຂວງ​ໂດຍ​ສາມາດອຳນວຍຄວາມສະດວກໃຫ້ແກ່ການຄ້າຈີນ-ລາວ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ