ທ່ານ ອ່ອນແກ້ວ ກ່າວວ່າ, ປັດຈຸບັນ, ຈີນໄດ້ລົງທຶນ 58 ໂຄງການໂດຍມີມຸນຄ່າການລົງທຶນປະມານ 170 ລ້ານໂດລາ. ໃນສ່ວນຂອງຂະແໜງການກະສິກຳ,ຈີນໄດ້ຊ່ວຍສ້າງສວນສາທິດການຮ່ວມມືແລະການບໍລິການເຕັກນິກກະສິກຳຈີນ-ລາວ,ສວນສາທິດທົດລອງເຕັກນິກກະສິກຳຈີນ-ລາວ ເພື່ອຊ່ວຍເຫຼືອປະຊາຊົນທ້ອງຖິ່ນປູກພືດທົດແທນ, ທັງໄດ້ຊ່ວຍສ້າງໂຮງງານຜະລິດຫົວອາຫານ ເຊິ່ງສາມາດຊຸກຍູ້ການພັດທະນາຂອງກະສິກຳທ້ອງຖິ່ນ; ໃນດ້ານຄົມມະນາຄົມ, ທາງຫຼວງທີ່ຈີນຊ່ວຍກໍ່ສ້າງນັ້ນໄດ້ປັບປຸງຕາໜ່າງທາງຫຼວງຂອງແຂວງໂດຍສາມາດອຳນວຍຄວາມສະດວກໃຫ້ແກ່ການຄ້າຈີນ-ລາວ.